• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເຊີນລາອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳ ບັນດາເຜົ່າປະຊາຊົນບັນດາເຜົ່າສ່ວນໜ້ອຍ

ແຂວງເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ດ້ວຍບັນດາຈຸດວັດທະນະທຳ ຮີດຄອງປະເພນີຫຼາຍຮູບຫຼາຍສີ ອຸດົມສົມບຸນ. ດ້ວຍເປົ້າໝາຍຮັກສາຟື້ນຟູບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແຂວງເຊີນລາຍາມໃດກໍເອົາໃຈໃສ່ອະນຸລັກເສີມຂະຫຍາຍ ມໍລະດົກວັດທະນະທຳບັນດາເຜົ່າໃນບໍລິເວນ
ບັນດາພິທີກຳໃນງານບຸນສົມມະນາຄຸນ ເທວະດາຟ້າແຖນ

ເມືອງເວີນໂຮ່ ແມ່ນບໍລິເວນດຳລົງຊີວິດຂອງ 5 ເຜົ່າ, ແຕ່ລະເຜົ່າມີຈຸດວັດທະນະທຳພື້ນເມືອງ ມີສີສັນສະເພາະ ອັນໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນ. ໃນຊຸມວັນງານບຸນ, ເວີນໂຮ່ ຍາມໃດກຟົດຟື້ນມ່ວນຊື່ນດ້ວຍສຽງຄ້ອງສຽງກອງ, ສຽງຂັບລຳທຳເພງພື້ນເມືອງ, ຟ້ອນແຊ ຂອງພວກນາງສາວບັນດາເຜົ່າ. ໃນໄລຍະທີ່ຜ່ານມາ, ທາງເມືອງກໍເອົາໃຈໃສ່ວຽກງານອະນຸລັກຮັກສາ, ອະນຸລັກປະຕິສັງຂອນບັນດາປູຊະນີຍະສະຖານ, ພ້ອມກັນນັ້ນ ກໍຈັດຕັ້ງການເຄື່ອນໄຫວງານບຸນຕິດພັນກັບບັນດາສະຖານທີ່ປະຫວັດສາດວັດທະນະທຳ.  ທ່ານນາງ ຫງວຽນທິລື ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ເວີນໂຮ່ໃຫ້ຮູ້ວ່າ  :

“ເມືອງເວີນໂຮ່ພວມໜູນຊ່ວຍເພື່ອຟື້ນຟູບັນດາສະໂທສອນ, ບັນດາກອງສິລະປະກອນພື້ນເມືອງ ທັງອະນຸລັກຮັກສາວັດທະນະທຳ ທັງຟື້ນຟູພັດທະນາການທ່ອງທ່ຽວ, ພ້ອມທັງຟື້ນຟູບັນດາໝູ່ບ້ານອາຊີບຫັດຖະກຳຂອງທ້ອງຖິ່ນ”

ທີ່ເມືອງ ໂມກເຈົາ, ການອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ ໄດ້ຕິດພັນກັບການພັດທະນາເສດຖະກິດທ່ອງທ່ຽວ. ແຕ່ລະປີ ທາງເມືອງໄດ້ຈັດຕັ້ງການຟື້ນຟູ ວາດພາບເຖິງບາງງຸນບຸນປະເພນີຄື ງານບຸນສົມມະນາຄຸນ ເທວະດາຟ້າແຖນ, ງານບຸນສົມມະນາຄຸນຜູ້ໃຫ້ກຳເນີດ, ງານບຸນສົມມະນາຄຸນສາມັກຄີຊຸມຊົນຢູ່ຕາແສງ ດົງຊາງ, ງານບຸນພາວະນາໃຫ້ຟ້າຝົນດີຢູ່ຕາແສງ ເມືອງຊາງ. ທ່ານນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງໂມກເຈົາ ແຂວງເຊີນລາ ໃຫ້ຮູ້ວ່າ :

   “ງານບຸນສົມມະນາຄຸນເທວະດາຟ້າແຖນຢູ່ຕາແສງດົງຊາງ ໄດ້ຮັບການຢັ້ງຢືນແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມືອງໂມກເຈົາ ຊຶ່ງໄດ້ກຳນົດວ່າ ນີ້ແມ່ນຈຸດວັດທະນະທຳອັນດີງານຂອງເຜົ່າໄທຂາວ, ຕາແສງດົງຊາງ. ຍ້ອນເຫດນີ້ເອງ ພວກຂ້າພະເຈົ້າ ຈຶ່ງຮັກສາການຈັດຕັ້ງໃນແຕ່ລະປີ ເພື່ອໃຫ້ປະຊາຊົນຍາມໃດກໍມີຄວາມເອກອ້າງທະນົງໃຈຕໍ່ວັດທະນະທຳ, ນີ້ກໍແມ່ນວິທີເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳເຜົ່າໄທຂາວ”

      ນະຄອນເຊີນລາມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ໃນນັ້ນມີຊາວເຜົ່າຜູ້ໄທຫຼາຍກ່ວາໝູ່ ດ້ວຍບັນດາຈຸດວັດທະນະທຳທີ່ເປັນເອະລັກ. ແຕ່ລະປີທາງນະຄອນກໍໄດ້ຈັດບັນດາງານບຸນຄື ງານບຸນດອກບານ, ງານບຸນແຫ່ງຄວາມຮັກ, ງານບຸນສະແດງສິລະປະມະຫາຊົນ ແນໃສ່ເສີມຂະຫຍາຍ ອະນຸລັກຮັກສາບັນດາມໍລະດົກວັດທະນທຳບໍ່ເປັນວັດຖຸ ແລະ ເປັນວັດຖຸ, ຂຸດຄົ້ນຄວາມສາມາດບົມຊ້ອນ ຮັບໃຊ້ການພັດທະນາການທ່ອງທ່ຽວ. ນະຄອນເຊີນລາວາງເປົ້າໝາຍສ່າງຕັ້ງ 11 ສະໂທສອນວັດທະນະທຳ ເຜົ່າຜູ້ໄທ, ຍູ້ແຮງການໂຄສະນາ ແລະ ເຜົຍແຜ່ບັນດາວາດຟ້ອນແຊບູຮານຂອງເຜົ່າຜູ້ໄທ, ພ້ອມກັນນັ້ນ ກໍຟື້ນຟູບັນດາໝູ່ບ້ານອາຊີບຫັດຖະກຳ. ທ່ານເຈີນກົງຈີ້ງ ຮອງປະທານຄະນະກຳມະການປະຊາຊົນນະຄອນເຊີນລາ ໃຫ້ຮູ້ວ່າ :

   “ ທາງນະຄອນກໍໄດ້ສ້າງແຜນສະເພາະກ່ຽວກັບຂົງເຂດວັດທະນະທຳ ແລະ ວາງ 10 ໜ້າທີ່ພື້ນຖານ, ໃນນັ້ນ ພົ້ນເດັ່ນຂຶ້ນການຟື້ນຟູການເຄື່ອນໄຫວວັດທະນະທຳພື້ນເມືອງ, ອະນຸລັກຮັກສາທາງດ້ານພາສາ ແລະ ຕົວໜັງສືດ້ວຍການລະດົມການເຂົ້າຮ່ວມຂອງບັນດານັກສິລະປະການ ຜູ້ທີ່ມີຄວາມກະຕືລືລົ້ນຕໍ່ການອະນຸລັກວັດທະນະທຳເຜົ່າຜູ້ໄທ”

    ນັບແຕ່ປີ 2021 ມາຮອດປະຈຸບັນ, ແຂວງເຊີນລາໄດ້ຈັດບັນດາການເຄື່ອນໄຫວສະແດງສິລະປະ ເປົາແຄນຂອງເຜົ່າມົ້ງຢູ່ເມືອງໂມກເຈົາ, ພິມ ແລະ ຈຳໜ໋າຍໃບພັບ 4000 ໃບ ແນະນຳ 2 ມໍລະດົກວັດທະນທຳບໍ່ເປັນວັດຖຸ ແລະ ສິລະປະຟ້ອນແຊເຜົ່າຜູ້ໄທ ແລະ ພິທີປາງອາ ຂອງຊາວເຜົ່າລາຮາ. ທາງແຂວງກໍໄດ້ເປີດ 2 ຊຸດອົບຮົມກ່ຽວກັບ ມໍລະດົກວັດທະນທຳບໍ່ເປັນວັດຖຸ ສິລະປະເປົາແຄນເຜົ່າມົ້ງແກ່ນັກຮຽນຊາວເຜົ່າມົ້ງຢູ່ເມືອງໂມກເຈົາ. ທ່ານເຈີນຊວນຫວຽດ ຮອງຫົວໜ້າພະແນກ ວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງເຊີນລາໃຫ້ຮູ້ວ່າ :

    “  ທາງຂະແໜງວັດທະນະທຳໄດ້ເປັນເສນາທິການໃຫ້ແກ່ແຂວງ, ການນຳ, ຊີ້ນຳບັນດາຄະນະ ຂະແໜງການທີ່ກ່ຽວຂ້ອງເພື່ອພັດທະນາວັດທະນະທຳຕິດພັນກັບການພັດທະນາການທ່ອງທ່ຽວ, ໜູນຊ່ວຍກັນເພື່ອພັດທະນາ. ພິເສດແມ່ນເສີມຂະຫຍາຍຄຸນຄ່າວັດທະນະນຳບໍ່ເປັນວັດຖຸ ແລະ ຄຸນຄ່າວັດທະນະນຳເປັນວັດຖຸ. ສຳລັບຄຸນຄ່າວັດທະນະນຳເປັນວັດຖຸ ກໍເລັ່ງໃສ່ບູລະນະປະຕິສັງຂອນ ອະນຸລັກ, ພັດທະນາຄຸນຄ່າບັນດາສະຖານທີ່ປະຫວັດສາດວັດທະນະທຳ, ທິວທັດທຳມະຊາດເພື່ອສ້າງເປັນສະຖານທີ່ທ່ອງທ່ຽວ. ສຳລັບຄຸນຄ່າວັດທະນະນຳບໍ່ເປັນວັດຖຸ ກໍຈັດຕັ້ງບັນດາງານບຸນປະເພນີ, ບັນດາການເຄື່ອນໄຫວວັດທະນະທຳສະແດງສິລະປະ, ພັດທະນາບັນດາກອງສິລະປະກອນພື້ນເມືອງ ທັງຮັກສາອະນຸລັກ ເສີມຂະຫຍາຍ ທັງຟື້ນຟູວຽກງານພັດທະນາການທ່ອງທ່ຽວຫຼືພັດທະນາການທ່ອງທ່ຽວຊຸມຊົນ ຕິດພັນກັບການ ຮັກສາອະນຸລັກ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າ”

      ປະຈຸບັນ ພະແນກ ວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງເຊີນລາ ພວມຕັ້ງໜ໊າຜັນຂະຫຍາຍຜັນຂະຫຍາຍວຽກງານບຳລຸງກໍ່ສ້າງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂັ້ນຕາແສງ, ບັນດານັກສິລະປະການ ຜູ້ທີ່ມີອິດທິພົນຊື່ສຽງ ແນໃສ່ຍົກສູງຄວາມສາມາດໂຄສະນາເຜີຍແຜ່ ຮັກສາອະນຸລັກ ເສີມຂະຫຍາຍຄຸນຄ່າສິລະປະພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ. ທາງແຂວງກໍຍົກສູງຄຸນນະພາບການເຄື່ອນໄຫວ ສະແດງສິລະປະວັດທະນະທຳ ມຸ່ງໄປສູ່ການກໍ່ສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ສ້າງຮູບພາບວັດທະນະທຳແຂວງເຊີນລາທີ່ເຕັ້ມໄປດ້ວຍຄວາມດູດດື່ມສຳລັບແຂກທ່ອງທ່ຽວ. 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top