• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງດ້ຽນບຽນ: ຮັບ, ປົງ 30 ອັດຖິຂອງທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ ລາວ

      ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີຮັບ, ໄຫວ້ອາໄລ ແລະ ປົງ 30 ອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. 

ພິທີປົ່ງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. 
(ພາບ: ຊວນຕື/ສຳນັກຂ່າວສານ ຫວຽດນາມ)
      ນີ້ແມ່ນ 30 ອັດຖິໂດຍກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມການເມືອງ, ທະຫານເຂດ 2, ຊອກຫາ, ທ້ອນໂຮມໃນເວລາ 6 ເດືອນຢູ່ແຂວງ ອຸດົມໄຊ ແລະ ໄຊຍະບູລີ, ມອບສົ່ງໃຫ້ແຂວງດ້ຽນບຽນ ຕາມພິທີການທະຫານ. ພາຍຫຼັງພິທີໄຫວ້ອາໄລ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ດ້ຽນບຽນ ໄດ້ຖະຫວາຍທູບທຽນ, ວາງພວງມາລາ ອາໄລຫາດວງວີນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດເພື່ອພັນທະສາກົນອັນສູງສົ່ງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top