• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວ໋າງນີງ ຕ້ອນຮັບກຳປັ່ນເຂົ້າທຽບທ່າເພື່ອຮັບເອົາຖ່ານຫີນ 33.700ໂຕນ ໃນໂອກາດຕົ້ນປີໃຫມ່

ພາບ​ປະ​ກອບ:internet
          ວັນ​ທີ 8/2 ກົງ​ກັບ​ວັນ​ທີ 1/1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່​ທ່າ​ກຳ​ປັ່ນ ເກື໋ອ​ອົງ ແຂວງ ກວ໋າງ​ນີງ, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ແລະ​ບໍ່​ແຮ່​ຫວຽດ​ນາມ ແລະ ບໍ​ລິ​ສັດ Vinacomin ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ກຳ​ປັ່ນ 2 ລຳ​ເຂົ້າ​ທຽບ​ທ່າ​ຮັບ​ເອົາຖ່ານ​ຫີນ 33.7000 ໂຕນ​ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ໃຫມ່​ປີ​ວອກ. ເລື່ອງ​ຕ້ອນ​ຮັບ​ກຳ​ປັ່ນ 2 ລຳ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ໝາຍ​ເປີດ​ສາກ​ໃຫ້​ລະ​ດູ​ການ​ຈຳ​ຫນ່າຍ​ຖ່ານ​ຫີນ​ຢ່າງ​ມີ​ໄຊ ແລະ ການ​ຜະ​ລິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ສະ​ດວກ, ໂຊກ​ດີ, ປະ​ຕິ​ບັດ​ແຜນ​ການ​ຜະ​ລິດ ແລະ ຈຳ​ຫນ່າຍ​ຖ່ານ​ຫີນ​ໃນ​ປີ 2016 ສຳ​ເລັດ​ຜົນ. ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ບັນ​ດາ​ກຳ​ປັ່ນ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ເພື່ອ​ຮັບ​ເອົາ​ຖ່ານ​ຫີນ ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ ແລະ ບໍ່​ແຮ່​ຫວຽດ​ນາມ ຕາມ​ຮີດ​ຄອງ​ປະ​ເພ​ນີ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ.
 (​ແຫຼ່ງຄັດ​ຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top