• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວນັບພັນຄົນໄປຕ້ອນຮັບລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມ

ຕົ້ນລະດູບານໃໝ່ ປີຈໍ 2018,  ແຂກທີ່ມາຈາກສາລະທິດນັບພັນຄົນ ໄດ້ພາກັນໄປນະມັດສະການວັດວາອາຮາມຕ່າງໆໃນແຂວງເງະອານ

 ວິຫານ ເຈົ້າຊີວິດກວາງຈຸງ

 ຕົ້ນລະດູບານໃໝ່ ປີຈໍ 2018,  ແຂກທີ່ມາຈາກສາລະທິດນັບພັນຄົນ ໄດ້ພາກັນໄປນະມັດສະການວັດວາອາຮາມຕ່າງໆໃນແຂວງເງະອານເຊັ່ນ: ວິຫານ ເຈົ້າຊີວິດກວາງຈຸງ ແລະ ວິຫານພະອໍລະຫັນ ຮ່ວາງເມື່ອຍເພື່ອຖະຫວາຍທູບທຽນບູຊາ, ພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ, ມີຄວາມໂຊກດີໃນປີໃໝ່ ພ້ອມທັງເພື່ອໄປຮັບຊົມທິວທັດ, ທັດສະນີຍະພາບຢູ່ວັດຕ່າງໆ. ນາງ ຫງວຽນທິເຕີມ, ຊາວຫວຽດນາມອາໄສຢູ່ ຢູກະແຣນ ໃຫ້ຮູ້ວ່າ : 

   “ ຂ້າພະເຈົ້າມາຈາກແດນໄກ. ແຕ່ຂ້າພະເຈົ້າ ພ້ອມກັບທຸກໆຄົນຢູ່ຫ່າງໄກຈາກປະເທດຊາດ ຕ່າງກໍຫວັງອວາຍໜ້າສູ່ກົກເຄົ້າເຫງົ້າກໍ, ຮີດຄອງປະເພນີຂອງບ້ານເກີດເມືອງນອນ, ພິເສດແມ່ນການໄປນະມັດສະການຢູ່ວັດວາອາຮາມຕ່າງໆ, ເພື່ອ ພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ, ມີຄວາມໂຊກດີໃນປີໃໝ່ ”

      ໃນ 3 ມື້ບຸນເຕັດ, ຢູ່ບັນດາປູຊະນີຍະສະຖານ, ວັດວາອາຮາມຕ່າງໆໃນນະຄອນເຫ້ວ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ນາງ ເຢືອງທູຮ່າ ມາຈາກນະຄອນແທງຮ້ວາ ໃຫ້ຮູ້ວ່າ : 

   “ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາຢ້ຽມຢາມນະຄອນເຫ້ວ ຊຶ່ງແມ່ນກຸ່ງເກົ່າໃນສະໄໝສັກດີນາ. ບັນຍາກາດຢູ່ທີ່ນີ້ ແມ່ນຄຶກຄື້ນມ່ວນຊື່ນ, ທິວທັດທຳມະຊາດ ສວຍສົດງົດງາມ. ຂ້າພະເຈົ້າໄດ້ພົບເຫັນຊາວຕ່າງປະເທດຢ່າງຫຼວງຫຼາຍ. ”
(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top