• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ

      ເພື່ອປ້ອງກັນ, ຫຼີກລ້ຽງເຊືື້ອພະຍາດ Covid-19, ນັບແຕ່ວັນທີ 16 ມີນາ ເປັນຕົ້ນໄປ, ຕາມການກຳນົດ, ຊາວ ຫວຽດນາມ ແລະ ຊາວຕ່າງປະເທດຢູ່ ຫວຽດນາມ ຕ້ອງປະຕິບັດເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະຢ່າງເຂັ້ມງວດ. ແຂກທ່ອງທ່ຽວຢູ່ ຮ່າໂນ້ຍ ເກືອບທັງໝົດ ລ້ວນແຕ່ພ້ອມໃຈກັນປະຕິບັດຕາມການກຳນົດດັ່ງກ່າວຂອງ ຫວຽດນາມ.

ແຂກທ່ອງທ່ຽວຕ່າງປະເທດເຫັນດີເຫັນພ້ອມກັບເລື່ອງໃສ່ຜ້າອັດປາກ-ດັງຢູ່ສະຖານທີ່ສາທາລະນະ
      ຢູ່ເຂດໜອງ ຮ່ວານກຽມ (ໜອງເຕົ່າ), ຮ່າໂນ້ຍ ແລະ ຖະໜົນໃຈກາງຫລາຍສາຍຂອງນະຄອນຫລວງຄື: ຖະໜົນ ຮ່າງງາງ, ຮ່າງດາວ, ຕະຫລາດ ດົ່ງຊວັນ, ໂບດໃຫຍ່, ຖະໜົນ ຕະຮ້ຽນ…ແຂກທ່ອງທ່ຽວຕ່າງປະເທດເກືອບທັງໝົດລ້ວນແຕ່ໃສ່ຜ້າອັດປາກ-ດັງ. ເອື້ອຍ Camielle, ແຂກທ່ອງທ່ຽວຊາວ ຝຣັ່ງ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າໃສ່ຜ້າອັດປາກ-ດັງ ຍ້ອນແມ່ນທາງເລືອກທີ່ຈຳເປັນ. ເມື່ອຕຳຫລວດເຫັນຜູ້ໃດບໍ່ໃສ່ຜ້າອັດປາກ-ດັງ ກໍ່ລ້ວນແຕ່ຕັກເຕືອນເລີຍ. ຂ້າພະເຈົ້າຄິດວ່າ ໃສ່ຜ້າອັດປາກ-ດັງ ຈະດີຕໍ່ສຸຂະພາບຂອງຂ້າພະເຈົ້າ ກໍ່ຄືທຸກຄົນຢູ່ອ້ອມຂ້າງ.
 (ແຫຼ່ງຄັດຈາກ VOV)

ໂຄງ​ການ​ແບ່ງປັນ​ກັບ​ຄູ​​ສອນ​ປີ 2026: ແຜ່​ກະ​ຈາຍ​ບັນ​ດາ​ຂະ​ບວນ​ການ​ສອນ​ຕົວ​ໜັງ​ສື

ໂຄງ​ການ​ແບ່ງປັນ​ກັບ​ຄູ​​ສອນ​ປີ 2026: ແຜ່​ກະ​ຈາຍ​ບັນ​ດາ​ຂະ​ບວນ​ການ​ສອນ​ຕົວ​ໜັງ​ສື

ພ​າຍຫຼັງ 11 ປີ​ແຫ່ງ​ການ​ຈັດ​ຕັ້ງ, ໂຄງ​ການ​ຈັດ​ຕັ້ງ​ໄດ້​ຍ້ອງ​ຍໍ​ສັນ​ສະ​ເສີນ, ສະ​ແດງ​ຄວາມ​ຮູ້​ບຸ​ນຸ​ຄນ​ຄູ​ສອນ​ແບບ​ຢ່າງດີ​ເດັ່ນ 656 ຄົນ ແລະ 34 ຂະ​ບວນ​ການ​ແບ່ງ​ປັນ​ກັບ​ເອື້ອຍ​ຄູ, ອ້າຍ​ຄູ.

Top