• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1.
ສະຫາຍ ຟ້າມວັນເຍິນ (ພາບ: VOV5)

ເຮືອນຍາມ DK1 ແມ່ນກຸ່ມການບໍລິການເສດຖະກິດ - ວິທະຍາສາດເຕັກນິກ ໂດຍ ຫວຽດນາມ ສ້າງຕັ້ງຂຶ້ນພາຍໃຕ້ຮູບແບບບັນດາເຮືອນຍານ ຢູ່ທ່າມກາງທະເລ, ຫ່າງຈາກດິນຕໍ່ແຜ່ນປະມານ 250 – 350 ໄມທະເລ. ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1. ສະຫາຍ ຟ້າມວັນເຍິນ ທະຫານເຮືອໜຸ່ມ ຫາກໍ່ມາເຮືອນຍາມ DK1 ເປັນເວລາໜຶ່ງເດືອນ ເພື່ອປະຕິບັດໜ້າທີ ໃຫ້ຮູ້ວ່າ:

ນ້ອງຮູ້ສຶກກະຕືລືລົ້ນປິຕິຊົມຊື່ນ ແລະ  ຕື້ນຕັນໃຈຫຼາຍຢູ່ທີ່ນີ້ ນ້ອງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ ຈາກບັນດາອ້າຍນ້ອງດັ່ງນັ້ນ ພໍ່ແມ່ຢູ່ບ້ານຈົ່ງຮັກສາສຸຂະພາບລູກຈະປະຕິບັດສຳເລັດໜ້າທີ່ແລ້ວກັບຄືນເມືອບ້ານຢ້ຽມຢາມພໍ່ແມ່

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top