• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນ ກູບາ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ

      ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທີ 1 ພັກກອມມູນິດກູບາ Raul Castro
      ວັນທີ 2 ກຸມພາ, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນສານອວຍພອນມີຕອນຂຽນວ່າ : ຂ້າພະເຈົ້າຂໍອວຍພອນສະຫາຍ ໄດ້ຮັບບັນດາຜົນງານໃນການປະຕິບັດບັນດາມະຕິ ແລະ ບັນດາເປົ້າໝາຍຊຶ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການຊັກຈູງຂອງແນວຄິດ ແລະ ຄຳໂອວາດຂອງປະທານໂຮ່ຈິມິນ, ປະຊາຊົນຫວຽດນາມຈະສືບຕໍ່ຈະຍາດໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກໃນກິດຈະການສ້າງສາສັງຄົມນິຍົມ.
  ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຢັ້ງຢືນຄືນເຈດຈຳນົງ ແລະ ຄວາມຕັດສິນໃຈສືບຕໍ່ ເຮັດໃຫ້ສາຍພົວພັນລະຫວ່າງ 2 ພັກ, 2 ລັດ, 2 ລັດຖະບານ ແລະ ປະຊາຊົນ ກູບາ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ. 
(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top