• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສານະຄອນຫລວງເລີ່ມດຳເນີນທຸລະກິດ start up

ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສາເລີ່ມດຳເນີນທຸລະກິດ start up ແມ່ນເນື້ອໃນຈຸດສູມທີ່ໄດ້ຮັບການໄຈ້ແຍກ, ຕີລາຄາຢູ່ກອງປະຊຸມສະຫລຸບວຽກງານຄະນະຊາວໜຸ່ມ - ສະຫະພັນ ແລະ ຂະບວນການຊາວໜຸ່ມ, ນັກສຶກສາກຸ່ມໂຮງຮຽນນະຄອນຫລວງສົກຮຽນ 2017 – 2018 ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 28 ກັນຍາ.

 ພາບປະກອບອິນເຕີເນັດ
ບັນດາການເຄື່ອນໄຫວໜູນຊ່ວຍເລີ່ມດຳເນີນທຸລະກິດ start up ນີ້ ເຊິ່ງຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນທຸກຂັ້ນ ຜັນຂະຫຍາຍຜ່ານຫລາຍຮູບການ ທີ່ເໝາະສົມດ້ວຍເງື່ອນໄຂພິເສດສະເພາະຂອງແຕ່ລະໂຮງຮຽນ. ໃນນັ້ນ, ຄະນະຊາວໜຸ່ມ, ສະມາຄົມນັກສຶກສາທຸກຂັ້ນ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາ, ໜູນຊ່ວຍນັກສຶກສາເລີ່ມທຸລະກິດ, ດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງໂດຍຜ່ານບັນດາການເຄື່ອນໄຫວ, ການເຄື່ອນໄຫວໃນເຫດການ. ໄປຄຽງຄູ່ກັນນັ້ນ, ສະມາຄົມນັກສຶກສານະຄອນ ໄດ້ສົບທົບກັບບັນດາວິສາຫະກິດເລີ່ມທຸລະກິດ start up  ທີ່ປະສົບຜົນສຳເລັດຈັດຕັ້ງການເສັງທົດສອບເລີ່ມດຳເນີນທຸລະກິດ start up ຂອງ ຫວຽດນາມ ໃນ ທົ່ວໂລກ.
(​ແຫຼ່ງຄັດ​ຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top