• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອີລົບຍົກອອກບັນດາບຸລິມະສິດສ້າງກົດໝາຍໃຫ້ປີ 2017


ທ່ານ Martin Schulz, ທ່ານ Robert Fico ​ແລະ 
ທ່ານ​ Jean Claude Juncker
(ພາບ:EPA/TTXVN)

      ວັນ​ທີ 13/12 ທ່ານ Martin Schulz ປະທານ​ລັດຖະສະພາ ​ເອີ​ລົບ (ອີ​ຢູ), ທ່ານ Robert Fico ປະທານໝູນວຽນ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jean Claude Juncker ​ໄດ້​ລົງ​ນາມ​​ໃນຖະ​ແຫຼ​ງການ​ຮ່ວມ ກຳ​ນົດທິດ​ທາງ ​ແລະ ບັນດາ​ບຸລິມະສິດ​ໃນ​ວິວັດ​ການ​ສ້າງ​ກົດໝາຍ​ຂອງ ອີ​ຢູ ປີ 2017. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ວັນ​ທີ 13/12, ອີ​ຢູ ​ໄດ້ຍົກອອກ 6 ຂົງ​ເຂດ​ຊຶ່ງ​ໄດ້​ຮັບ​ການ​ບຸລິມະສິດ​​ເປັນພິ​ເສດ ​ເພື່ອ​ດຳ​ເນີນ​ວິວັດ​ການ​ສ້າງ​ກົດໝາຍ​ນັບ​ແຕ່​ປະຈຸ​ບັນ​ຈົນ​ຮອດ​ທ້າຍ​ປີ 2017 ​ໂດຍ​ໄວ, ​ເຊິ່ງລວມມີ: ຊຸກຍູ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ, ການ​ເຕີບ​ໂຕ ​ແລະ ການລົງທຶນ; ​ເພີ່ມ​ທະວີຂອບ​ຂະໜາດ​ສັງຄົມ​ຂອງ​ສະຫະພາບ ​ເອີ​ລົບ; ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ​ດີ​ກ່ວາ; ປະຕິ​ຮູບ​ນະ​ໂຍບາຍຄົນ​ເຂົ້າ​ເມືອງ ບົນ​ຈິດ​ໃຈ​ຮັບຜິດຊອບ ​ແລະ ສາມັກຄີ; ຫັນ​ຄຳ​ໝັ້ນ​ສັນຍາ​ຂອງ ອີ​ຢູ ​ເປັນ​ລະອຽດກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຕະຫລາດ​ຮ່ວມດ້ານ​ເຕັກນິກດີ​ຈີ​ຕອນ; ສ້າງ​ຕັ້ງ​ສຳພັນທະ​ມິດ​ພະລັງງານທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ດ້ວຍ​ນະ​ໂຍບາຍສະຫລາດ​ສ່ອງ​ໃສ​ກ່ຽວ​ກັບ​ການຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top