• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຫງວຽນ​ກວັກ​ຢຸງ ເຂົ້າ​ວາງ​ພວງ​ມາ​ລາ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ລາວ ຄຳ​ໄຕ ສີ​ພັນ​ດອນ

ວັນທີ 04 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ເຂົ້າພວງມາລາໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ, ຢູ່ສະຖານທູດ ລາວ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ພ້ອມດ້ວຍຄະນະກົ້ມຫົວໄວ້ອາໄລ

ເມື່ອຂຽນປຶ້ມໄວ້ອາໄລ, ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ, ການນຳຜູ້ດີເດັ່ນ, ລູກຮັກຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ຈົງຮັກພັກດີ, ອຸທິດສ່ວນສູ້ຊົນ, ເສຍສະຫຼະເພື່ອຄວາມເປັນເອກະລາດຂອງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຢ່າງວັດທະນາຖາວອນຂອງປະເທດລາວ.

       ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳ ອາເມລິກາ ສີສະວັດ ອິນພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ການກະທຳ ແລະ ນ້ຳໃຈອັນເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຕໍ່ການນຳ ຄຳໄຕ ສີພັນດອນ. ພິເສດ, ທ່ານຕີລາຄາສູງຕໍ່ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລຢູ່ນະຄອນຫຼວງ ວຽງຈັນ ແລະ ເລື່ອງ ຫວຽດນາມ ຕັດສິນໃຈໄວ້ທຸກລະດັບຊາດເປັນເວລາ 02 ວັນ ເພື່ອອາໄລຫາທ່ານຄຳໄຕ ສີພັນດອນ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ, ມີພຽງແຕ່ໜຶ່ງບໍ່ມີສອງລະຫວ່າງສອງພັກ, ສອງຊາດ ລາວ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top