• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ໄຕ້​ຫວັນ (ຈີນ): ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ

ພາຍຫຼັງ 72 ຊົ່ວໂມງທຳອິດນັບແຕ່ເວລາເກີດວິນາດຕະກຳ, ອັດຕາເອົາຕົວລອດຂອງຜູ້ປະສົບເຄາະຮ້າຍໄດ້ຮັບຖືວ່າ ຫຼຸດລົງຢ່າງແຮງ. ເຖິງຢ່າງໃດກໍຕາມ, ກຳລັງກູ້ໄພກູ້ຊີບຍັງຮີບເຮັ່ງການຊອກຫາຜູ້ຫາຍສາຍສູນ.
ກຳລັງກູ້ໄພກູ້ຊີບ ສືບຕໍ່ຊອກຫາຜູ້ຫາຍສາບສູນ (ພາບ: AFP/TTXVN)

ຕາມເຈົ້າໜ້າທີ່ ໄຕ້ຫວັນ ແລ້ວ, ໃນ 2 ວັນຜ່ານມາ, ກຳລັງກູ້ໄພກູ້ຊີບໄດ້ພົບເຫັນສາກສົບຕື່ມອີກ 3 ສົບ, ອັນໄດ້ຍົກຈຳນວນຜູ້ປະສົບເຄາະຮ້າຍເສຍຊີວິດໃນເຫດແຜ່ນດິນໄຫວນີ້ຂຶ້ນເປັນ 13 ຄົນ. ພາຍຫຼັງ 72 ຊົ່ວໂມງທຳອິດນັບແຕ່ເວລາເກີດວິນາດຕະກຳ, ອັດຕາເອົາຕົວລອດຂອງຜູ້ປະສົບເຄາະຮ້າຍໄດ້ຮັບຖືວ່າ ຫຼຸດລົງຢ່າງແຮງ. ເຖິງຢ່າງໃດກໍຕາມ, ກຳລັງກູ້ໄພກູ້ຊີບຍັງຮີບເຮັ່ງການຊອກຫາຜູ້ຫາຍສາຍສູນ.

ເຫດແຜ່ນດິນໄຫວທີ່ມີຄວາມແຮງທີ່ສຸດໃນຮອບເວລາ 25 ປີຜ່ານມາຢູ່ ໄຕ້ຫວັນ ໄດ້ເຮັດໃຫ້ມີຜູ້ຮັບບາດເຈັບກວ່າ 1.100 ຄົນ. ປະຊາຊົນນັບຮ້ອຍຄົນຍັງຕ້ອງໄປລີ້ໄພຢູ່ບ່ອນປອດໄພ, ໃນຂະນະນັ້ນ ອຳນາດການປົກຄອງ ໄດ້ລະດົມເຮືອບິນເຮລີກອັບເຕີໄປຂົນສົ່ງຜູ້ຖືກບາດເຈັບ ແລະ ລຳລຽງເຄື່ອງຊ່ວຍເຫຼືອ ເມື່ອສືບຕໍ່ເກີດມີການສັ່ນສະເທື່ອນ.

ເຈົ້າໜ້າທີ່ ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ ຕວັກກີ ຈະຈັດສົ່ງທິມງານກູ້ໄພກູ້ຊີບ ໄປຍັງເຂດດິນແດນນີ້ເພື່ອຊ່ວຍເຫຼືອວຽກງານຊອກຫາຜູ້ຫາຍສາບສູນ ແລະ ກູ້ໄພກູ້ຊີບ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top