• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ Morocco: ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 2.000 ຄົນ, Morocco ປະກາດຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນ

ແຈ້ງການຂອງກະຊວງພາຍໃນ Morocco ໃຫ້ຮູ້ວ່າ: ຜູ້ເສຍຊີວິດສ່ວນຫຼາຍແມ່ນຢູ່ເຂດ Al Haouz ແລະ ໃນຈຳນວນຜູ້ຖືກຮັບບາດເຈັບນັ້ນ, ມີຜູ້ຮັບບາດເຈັບສາຫັດນັບຮ້ອຍຄົນ.
ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 2.000 ຄົນ, Morocco ປະກາດຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນ (ພາບ:Reuters)

ຕາມຕົວເລກຫຼ້າສຸດຂອງກະຊວງພາຍໃນ Morocco ປະກາດແລ້ວ, ມີກ່ວາ 2.000 ຄົນເສຍຊີວິດ ແລະ ກ່ວາ 2.000 ອື່ນຖືກບາດເຈັບ ໃນເຫດແຜ່ນດິນໄຫວຄັ້ງປະຫວັດສາດ ທີ່ເກີດຂຶ້ນໃນຕອນຄຳ່ວັນທີ 8 ກັນຍາ. ເຈົ້າຊີວິດ Morocco Mohamed VI  ຕົກລົງຈັດພິທີໄວ້ທຸກທົ່ວປະເທດໃນເວລາ 3 ວັນເພື່ອໄຫວ້ອາໄລບັນດາຜູ້ປະສົບ ເຄາະຮ້າຍຈາກເຫດ ແຜ່ນດິນໄຫວ.

ແຈ້ງການຂອງກະຊວງພາຍໃນ Morocco ໃຫ້ຮູ້ວ່າ: ຜູ້ເສຍຊີວິດສ່ວນຫຼາຍແມ່ນຢູ່ເຂດ Al Haouz ແລະ ໃນຈຳນວນຜູ້ຖືກຮັບບາດເຈັບນັ້ນ, ມີຜູ້ຮັບບາດເຈັບສາຫັດນັບຮ້ອຍຄົນ. ນອກຈາກນັ້ນ, ຍັງມີ ຫຼາຍຄົນພວມຕິດຄ້າງໃນຊາກຫັກພັງ, ວຽກງານກູ້ໄຟກູ້ຊີບ ໄດ້ດຳເນີນ ຕະຫຼອດຄືນ ເພື່ອຊອກຫາບັນດາຜູ້ຍັງມີຊີວິດ.

ຮອດຕອນຄ່ຳວັນທີ 9 ກັນຍາ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສົ່ງສານ ສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມສາມັກຄີກັບປະຊາຊົນ Morocco . ໃນນັ້ນ, ຫຼາຍປະເທດໃນພາກພື້ນໄດ້ຖະແຫຼງກຽມພ້ອມສົ່ງກຳລັງກູ້ໄພກູ້ຊີບ ແລະ ສິນຄ້າຊ່ວຍເຫຼືອມະນຸດສະທຳມາ ເພື່ອໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ./.

(ແຫຼ່ງຄັດຈາກ VOV)

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະມີຫຼາຍລັດຖະນະໂຍບາຍ ເພື່ອນຳປະເທດ ຫວຽດນາມ ຈາກປະເທດພວມພັດທະນາ ໃຫ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາ

Top