• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ ມາຣົກ: OIC ຮຽກຮ້ອງເພີ່ມທະວີການໜູນຊ່ວຍວຽກງານ ກູ້ໄພກູ້ຊີບ

ເຫດແຜ່ນດິນໄຫວດ້ວຍຄວາມແຮງ 6,8 ຣິກເຕີ ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍາ, ໄດ້ທຳລາຍເຮືອນຊານບ້ານຊ່ອງ, ບັນດາໝູ່ບ້ານຢູ່ເຂດພູ Atlas. ນີ້ແມ່ນເຫດແຜ່ນ ດິນໄຫວທີ່ມີຄວາມແຮງສູງທີ່ສຸດ ເຊິ່ງໄດ້ຮັບການຢັ້ງຢືນຢູ່ປະເທດ ອາບຟຣີກາ ເໜືອນີ້.
ກຳລັງກູ້ໄພກູ້ຊີບປະຕິບັດວຽກງານໃນວັນທີ 9 ກັນຍາ (ພາບ: AFP/TTXVN)

ວັນທີ 10 ກັນຍາ, ທ່ານ Hissein Brahim Taha, ເລຂາທິການໃຫຍ່ອົງການຮ່ວມມື ອິດສະລາມ (OIC) ໄດ້ຮຽກຮ້ອງບັນດາປະເທດສະມາຊິກ, ບັນດາອົງການມະນຸດສະທຳ ແລະ ປະຊາຄົມສາກົນ ໜູນຊ່ວຍວຽກງານຊ່ວຍບັນເທົາທຸກແກ່ບັນດາຜູ້ປະສົບເຄາະຮ້າຍ ທ່ີຖືກຜົນ ສະທ້ອນຈາກເຫດແຜ່ນດິນໄຫວຢູ່ມາຣົກ.

ເຫດແຜ່ນດິນໄຫວດ້ວຍຄວາມແຮງ 6,8 ຣິກເຕີ ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍາ, ໄດ້ທຳລາຍເຮືອນຊານບ້ານຊ່ອງ, ບັນດາໝູ່ບ້ານຢູ່ເຂດພູ Atlas. ນີ້ແມ່ນເຫດແຜ່ນ ດິນໄຫວທີ່ມີຄວາມແຮງສູງທີ່ສຸດ ເຊິ່ງໄດ້ຮັບການຢັ້ງຢືນຢູ່ປະເທດ ອາບຟຣີກາ ເໜືອນີ້. ຕາມຕົວເລກສະຖິຕິຂອງກະຊວງພາຍໃນ ມາຣົກ ແລ້ວ, ມີກ່ວາ 2.000 ຄົນເສຍຊີວິດ ແລະ ອີກນັັບພັນຄົນຖືກບາດເຈັບພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຫ່າງຈາກນະຄອນທ່ອງ ທ່ຽວ Marrakes ໄປທາງທິດຕາເວັນຕົກສ່ຽງເໜືອ ກ່ວາ 70 ກມ. ປະຈຸບັນ, ບັນດາກຳລັງ ກູ້ໄພກູ້ຊີບຂອງ ມາຣົກ ພວມຮີບເຮັ່ງ ຊອກຫາບັນດາຜູ້ທີ່ຍັງຕິດຄ້າງ ໃນຊາກຫັກພັງນັ້ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top