• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ຕວກກີ: ເລີ່ມປະຕິບັດວຽກງານສ້າງສາປະເທດຄືນໃໝ່

ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວພາກໃຕ້ປະເທດນີ້ເຮັດໃຫ້ກ່ວາ 43.500 ຄົນເສຍຊີວິດຢູ່. ຕຶກອາຄານປະມານ 164.000 ຫຼັງ, ອາພັດເມັນກ່ວາ 530.000 ຫ້ອງຖືກພັງທະລາຍ.
  ຕຶກອາຄານຖືກພັງທະລາຍຢູ່ Hatay (ພາບ: ສຳນັກຂ່າວສານຊິນຮວາ/TTXVN)  

ວັນທີ 24 ກຸມພາ, ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ປະເທດນີ້ໄດ້ເລີ່ມເຄື່ອນໄຫວໄລຍະທຳອິດຂອງວຽກງານສ້າງສາປະເທດຄືນໃໝ່ພາຍຫຼັງເກີດເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ. ຕາມແຜນການເບື້ອງຕົ້ນແລ້ວ, ຕວກກີ ຈະກໍ່ສ້າງອາພັດເມັນ 200.000 ຫ້ອງ ແລະ ເຮືອນ 70.000 ຫຼັງ ດ້ວຍຍອດເງິນລົງທຶນຢ່າງໜ້ອຍສຸດແມ່ນ 15 ຕື້ USD.

ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວພາກໃຕ້ປະເທດນີ້ເຮັດໃຫ້ກ່ວາ 43.500 ຄົນເສຍຊີວິດຢູ່. ຕຶກອາຄານປະມານ 164.000 ຫຼັງ, ອາພັດເມັນກ່ວາ 530.000 ຫ້ອງຖືກພັງທະລາຍ. ທາງລັດຖະບານໄດ້ຜັນຂະຫຍາຍຕູບຄ້າຍ, ເຮືອນຢູ່ຊາບຊາທີ່ເປັນຕູ້ຄອນແທນເນີ ແລະ ເປັນບ່ອນພັກພິງຊົ່ວຄາວ ໃຫ້ແກ່ຜູ້ທີ່ລອດຕາຍຈາກເຫດແຜ່ນດິນໄຫວ. ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາວ່າໃນຮອບເວລາ 1 ປີ, ລັດຖະບານປະເທດນີ້ຈະສ້າງເຮືອນຢູ່ຄືນໃໝ່ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນສະທ້ອນ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top