• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດມີສາກສົບ 39 ສົບໃນລົດຕູ້ container ຢູ່ອັງກິດ: ຄົນຂັບລົດ Maurice Robinson ໄດ້ປະກົດຕົວຢູ່ສານ ຜ່ານວິດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ

      ຕອນບ່າຍວັນທີ 28 ຕຸລາ (ຕາມເວລາ) ທ້ອງຖິ່ນ, ທ້າວ Maurice Robinson, ອາຍຸ 25 ປີ - ເຊິ່ງເປັນຄົນຂັບລົດຕູ້ container ແຊ່ເຢັນ ໃນນັ້ນມີສາກສົບ 39 ສົບ ໂດຍໄດ້ພົບເຫັນຢູ່ລັດ Essex, ປະເທດອັງກິດນັ້ນ ໄດ້ປະກົດຕົວຢູ່ສານອາຍາສານຂັ້ນຕົ້ນ Chelmsford ຜ່ານທາງວີດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ.

ທ້າວ Maurice Robinson, ອາຍຸ 25 ປີ - ເຊິ່ງເປັນຄົນຂັບລົດຕູ້ container ແຊ່ເຢັນ ໃນນັ້ນມີສາກສົບ 39 ສົບ ໂດຍໄດ້ພົບເຫັນຢູ່ລັດ Essex, ປະເທດອັງກິດ(ພາບ: TTXVN)
      ພາຍຫຼັງການຢັ້ງຢືນລາຍຊື່, ທີ່ຢູ່ ແລະ ສັນຊາດ, ຜູ້ພິພາກສາປະທານກອງປະຊຸມສານ ໄດ້ປະກາດຄໍາກ່າວຫາວ່າ Maurice Robinson ລະເມີດບັນດາຂໍ້ຫາເຊິ່ງລວມມີ ຂ້າຄົນຕາຍໂດຍບໍ່ຕັ້ງໃຈ, ການຄ້າມະນຸດ, ຈັດສົ່ງຊາວເຂົ້າເມືອງຢ່າງຜິດກົດໝາຍ ແລະ ຟອກເງິນ. ຜູ້ພິພາກສາ ກໍແຈ້ງໃຫ້ຊາບ ກ່ຽວກັບ ວັນເວລາຂຶ້ນສານຄັ້ງຕໍ່ໄປຂອງ Maurice Robinson ແມ່ນວັນທີ 25 ພະຈິກ ຢູ່ Old Bailey, ນະຄອນຫຼວງລອນດອນ.
        ປັດຈຸບັນ, ຕໍາຫຼວດອັງກິດ ຍັງຄົງດໍາເນີນການສັນລະສູດ, ຢ້ັງຢືນ ແລະ ກໍານົດຊື່ນາມສະກຸນຂອງຜູ້ປະສົບເຄາະຮ້າຍ 39 ຄົນນັ້ນ. ຕາມຕໍາຫຼວດຂອງ ລັດ Essex ແລ້ວ, ຂັ້ນຕອນຢັ້ງຢືນຊື່ດັ່ງກ່າວ ຕ້ອງໃຊ້ເວລາປະມານ 1 ອາທິດ, ຊໍ້າບໍ່ໜໍາອາດຈະແກ່ຍາວໄປອີກ.
        ແລະ ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຂຽນປື້ມໄວ້ອາໄລ ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ 39 ຄົນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top