• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.
  ນັກ​ສຳ​ມະ​ນາ​ກອນ​ປະ​ຕິ​ບັດ​ສຳ​ເລັດ​ຊຸດ​ຝືກ​ອົບ​ຮົບ (ພາບ: suckhoedoisong.vn)  

ເພື່ອແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີດ່ວນ​ດ້ານ​ການ​ແພດສຸກ​ເສີນ ໃຫ້​ແກ່​ກຳ​ລັງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້, ວັນ​ທີ 13 ມິ​ຖຸ​ນາ, ໂຮງ​ໝໍ​ກາງ​ສະ​ໜາມ​ລະ​ດັບ​ສອງ ເລກ 7 ຂອງ ຫວຽດ​ນາມ ໄດ້​ຈັດ​ຊຸກ​ຝືກ​ອົບ​ຮົບ​ດ້ວຍ​ຫົວ​ເລື່ອງ “ທັກ​ສະ​ໃນ​ການ​ປິ່ນ​ປົວ​ເບື້ອງ​ຕົ້ນ​ໃຫ້​ແກ່​ກຳ​ລັງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ UNMISS” ສະ​ຫງວນ​ໃຫ້​ແກ່​ນາຍ​ທະ​ຫານ​ນັກ​ສັງ​ເກດ​ການ​ທະ​ຫານ ສ​ປ​ຊ (UNMO) ຈາກ 5 ປະ​ເທດ​ພວມ​ປະ​ຕິ​ບັດ​ງານ​ຢູ່​ເຂດ Bentiu, ເຂດ​ທາງ​ທິດ​ເໜືອ, ຄະ​ນະ​ປະ​ຕິ​ບັດ​ງານ UNMISS.

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ຊຸດ​ຝືກ​ອົບ​ຮົບ, ທ່ານ ຮ້ອຍ​ເອກ ຫົວ​ໜ້າ​ກຸ່ມ UNMO, ໃຫ້​ຮູ້​ວ່າ:

ໂດຍ​ຕາງ​ໜ້າ​ໃຫ້​ແກ່​ກຳ​ລັງ​ຢູ່​ພາກ​ພື້ນ Bentiu, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ໂຮງ​ໝໍ​ກາງ​ສະ​ໜາມລະ​ດັບ​ສອງ​ ຫວຽ,ນາມ ຍ້ອນ​ໂຄງ​ການ​ຝືກ​ອົບ​ຮົ​ບ​ນີ້. ນີ້​ແມ່ນ​ໂຄງ​ການ​ຝືກ​ອົບ​ຮົບ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ, ບັນ​ດາ​ນາຍ​ທະ​ຫານ​ສັງ​ເກດ​ການ​ດ້ານ​ການ​ທະ​ຫານ. ເມື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ນອກ​ຖານ​ທີ່​ໝັ້ນ, ໃນ​ບໍ່​ວ່າ​ກໍ​ລະ​ນີ​ໃດ ກໍ່​ອາດ​ສາ​ມາດເກີດ​ຂຶ້ນ ແລະ ຂະ​ນະ​ນັ້ນ ພວກ​ເຮົາ ອາດ​ສາ​ມາດ​ນຳ​ໃຊ້​ທັກ​ສະ​ປິ່ນ​ປົວ​ເບື້ອງ​ຕົ້ນ, ວິ​ວັດ​ການ​ກູ້​ຊ່ວຍ ແລະ ນຳ​ສົ່ງ​ຜູ້​ເຮັບ​ບາດ​ເຈັບ (CASEVAC), ກໍ່​ຄື​ບັນ​ດາ​ເນື້ອ​ໃນ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ຂົນ​ສົ່ງ​ແບບ​ສຸກ​ເສີນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top