• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍ ພື້ນຖານ ແມ່ນ ຜູ້ມີສິດເລືອກຕັ້ງ, ປະຊາຊົນ ເພື່ອສ້າງສາ ແລະ ພັດທະນານະຄອນຫຼວງ ແລະ ປະເທດຊາດ

      ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສະມັນເທື່ອ 10 ສະພາແຫ່ງຊາດຊຸດທີ XIV ຕອນເຊົ້າວັນທີ 14 ຕຸລາ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ບາດິ່ງ, ຮ່ວານກ໊ຽມ, ໄຕໂຮ່ (ຮ່າໂນ້ຍ).

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN) 
      ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ດຳເນີນໄປຢ່າງມີວິທະຍາສາດ, ມີແບບມີແຜນ, ມີວິໄສທັດຍຸດທະສາດ; ວຽກງານບຸກຄະລາກອນ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໄດ້ຮັບຄວາມເອົາໃຈໃສ່ຢ່າງລະອຽດ ເພື່ອເລືອກເຟັ້ນເອົາພະນັກງານຫຼັກແຫຼ່ງ, ຄະນະພັກທຸກຂັ້ນຮັບປະກັນໃຫ້ຖືກຕ້ອງຕາມມາດຕະຖານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່, ພິເສດແມ່ນສ້າງຖັນແຖວພະນັກງານຂັ້ນຍຸດທະສາດ. ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງວ່າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຈະແມ່ນຖັນແຖວພະນັກງານທີ່ມີຄວາມເຂັ້ມແຂງ, ມີກຳລັງຄວາມສາມາດຢ່າງພຽງພໍ, ມີອິດທິພົນຊື່ສຽງ, ນຳປະເທດນັບມື້ນັບພັດທະນາ ແລະ  ວັດທະນາຖາວອນ.
            ໃນຖານະເປັນສະມາຊິກຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຮັບເອົາບັນດາຄຳເຫັນທີ່ຈິງໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ສຸມໃສ່ເຂົ້າໃນວຽກງານໃຫຍ່ສຳຄັນຂອງປະເທດຊາດ, ບັນດາເນື້ອໃນກອງປະຊຸມຂອງສະພາແຫ່ງຊາດທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top