• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດນຳໜ້າຂອງຊົນຊັ້ນກຳມະກອນ, ຮອງຮັບການປະຕິວັດອຸດສາຫະກຳ 4.0

      ວັນທີ 12 ມັງກອນ ທີ່ຮ່າໂນ້ຍ, ຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຊຸດທີ 11 ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານກຳມະບານປີ 2017, ຜັນຂະຫຍາຍໜ້າທີ່ປີ 2018. 

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: TTXVN)
      ເຂົ້າຮ່ວມກອງປະຊຸມມີທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ; ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ; ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊົມເຊີຍລະບົບກຳມະບານທຸກຂັ້ນ ໄດ້ປະຕິບັດສຳເລັດບັນດາໜ້າທີ່ໃນປີ 2017 ເປັນຢ່າງດີ; ຫວັງວ່າ ປີ 2018 ຈະແມ່ນປີພິເສດ, ສ້າງຂີດໝາຍສຳເລັດຜົນຂອງສະຫະພັນແຮງງານ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຫວຽດນາມ ກໍ່ຄືບັນດາປະເທດໃນໂລກ ພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0 ດ້ວຍຄວາມຮຽກຮ້ອງຕ້ອງການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ ແລະ ປ່ຽນແປງໃໝ່. ສິ່ງສຳຄັນທີ່ສຸດ ນັ້ນແມ່ນຄວນເຮັດແນວໃດ ເພື່ອໃຫ້ຊົນຊັ້ນກຳມະກອນ ຫວຽດນາມ ດ້ວຍບົດບາດນຳໜ້າມີບາດກ້າວກຽມພ້ອມຮອງຮັບການປະຕິວັດນີ້.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top