• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດຂອງສະພາກາແດງ ຫວຽດນາມ ໃນວຽກງານຮັບປະກັນຊີວິດສັງຄົມຂອງປະເທດ

      ຕອນເຊົ້າວັນທີ 19 ກໍລະກົດ, ທີ່ຮ່າໂນ້ຍ, ກ່າວຄຳເຫັນໃນການເຮັດວຽກກັບສະພາກາແດງ ຫວຽດນາມ, ຊຶ່ງແມ່ນອົງການຈັດຕັ້ງສັງຄົມສວມບົດບາດຫຼັກແຫຼ່ງໃນພາລະກິດມະນຸດສະທຳຂອງປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະພາກາແດງ ຫວຽດນາມ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຂອງສະມາຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ການເຄື່ອນໄຫວຂອງສະມາຄົມສືບຕໍ່ສະແດງໃຫ້ເຫັນ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ວັດທະນະທຳມະນຸດອັນດີງາມຂອງຊາດ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ສະມາຄົມຄວນສືບຕໍ່ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຕົນໃນບັນດາການເຄື່ອນໄຫວມະນຸດສະທຳ, ປະກອບສ່ວນເຂົ້າໃນພາລະກິດຮັບປະກັນຊີວິດສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີສະເໜີສະມາຄົມຄວນຍູ້ແຮງບັນດາການເຄື່ອນໄຫວກາແດງ; ສືບຕໍ່ຈັດຕັ້ງບັນດາບັ້ນຂົນຂວາຍ, ຂະບວນການ, ການເຄື່ອນໄຫວມະນຸດສະທຳຢ່າງແທດຈິງ, ລະອຽດ, ມຸ່ງໄປສູ່ຮາກຖານ; ທະວີຄຸນບັນດາຮູບການທີ່ເໝາະສົມ, ມີປະສິດທິຜົນ. ຜ່ານນັ້ນ ປະກອບສ່ວນສຶກສາ, ຍົກສູງສະຕິ, ຈິດໃຈມະນຸດສະທຳ, ອຸ້ນຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນທີ່ເຄີຍເປັນມູນເຊື້ອອັນດີງາມຂອງຊາດ. 
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top