• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບັນດາຜົນງານບັນລຸໄດ້ຂອງປີ APEC 2017

      ຕອນເຊົ້າວັນທີ 12 ທັນວາ ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະຫລຸບຂອງຄະນະເລຂາແຫ່ງຊາດ APEC 2017 ແລະ ອະນຸກຳມະການເນື້ອໃນ, ຄະນະກຳມະການແຫ່ງຊາດ APEC 2017.

ທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການແຫ່ງຊາດ APEC 2017
      ກ່າວຄຳເຫັນນະທີ່ນີ້, ທ່ານ ຮອງລັດຖະມົນຕີ ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູ່ຍແທງເຊີນ, ຮອງປະທານຄະນະກຳມະການແຫ່ງຊາດ APEC 2017, ຫົວຫນ້າຄະນະເລຂາແຫ່ງຊາດ APEC 2017 ໄດ້ຢືນຢັນວ່າ ບັນດາຜົນງານ ແລະ ບົດຮຽນໃນປີ APEC 2017 ວາງອອກຫລາຍຫນ້າວຽກຕ້ອງເຮັດໃນໄລຍະຈະມາເຖິງ ເພື່ອສ້າງທ່ວງທ່າໝັ້ນຄົງໃຫ້ບັນດາບາດກ້າວຕໍ່ໄປ ບົນເສັ້ນທາງເຊື່ອມໂຍງເວົ້າລວມ ແລະ ໃນການເຂົ້າຮ່ວມ APEC ເວົ້າສະເພາະ. ທ່ານຮອງລັດຖະມົນຕີ ສະເຫນີ ບັນດາກະຊວງ, ຂະແຫນງການ, ອົງການເສີມຂະຫຍາຍ, ເພີ່ມປະສິດທິຜົນການແຜ່ຂະຫຍາຍຂອງປີ APEC 2017, ໃນນັ້ນສຸມໃສ່ຜັນຂະຫຍາຍບັນດາໝາກຜົນບັນລຸໄດ້ທີ່ສັບປະດາຂັ້ນສູງ APEC 2017, ສືບຕໍ່ເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ປະກອບສ່ວນແທດຈິງກ່ຽວກັບນະໂຍບາຍ, ເນື້ອໃນໃຫ້ວິວັດການ APEC, ເສີມຂະຫຍາຍບົດບາດຂອງວິສາຫະກິດໃນການເຊື່ອມໂຍງເສດຖະກິດເວົ້າລວມ ແລະ ເຂົ້າຮ່ວມ, ປະກອບສ່ວນຮ່ວມມື APEC ເວົ້າສະເພາະ, ຜ່ານນັ້ນ ປະກອບສ່ວນຍົກສູງວຽກງານການຕ່າງປະເທດຫລາຍຝ່າຍຂອງຫວຽດນາມ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ. 
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top