• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍທ່າແຮງຂອງການທູດລັດຖະສະພາໃນການສ້າງສາ ແລະ ພັດທະນາປະເທດຊາດ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ 7 ປະເທດຢ່າງເປັນທາງການ, ເຊິ່ງລວມມີບັນດາບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ ແລະ ຢູ່ໃນໂລກ
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ AIPA- 43 (ພາບ:Doãn Tấn/TTXVN)  

ບັນດາການເຄື່ອນໄຫວການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ໃນປີ 2022 ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງພາບພົດຂອງສະພາແຫ່ງຊາດທີ່ເຄື່ອນໄຫວ, ຮ່ວມເດີນທາງພ້ອມກັບລັດຖະບານໃນການພັດທະນາເສດຖະກິດ - ສັງຄົມ.

ໃນປີ 2022, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ 7 ປະເທດຢ່າງເປັນທາງການ, ເຊິ່ງລວມມີບັນດາບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ ແລະ ຢູ່ໃນໂລກ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້  ຄັ້ງທີ 43 (AIPA -43). ສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຂັ້ນປະທານສະພາແຫ່ງຊາດ/ລັດຖະສະພາບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາຄູ່ຮ່ວມມືສຳຄັນມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຈຳນວນ 5 ຄະນະ. ເປັນໜ້າສົນໃຈແມ່ນ, ເຫດການການທູດລັດຖະສະພາດີເດັ່ນໃນປີ 2022 ນັ້ນແມ່ນ, ເປັນຄັ້ງທຳອິດທີ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບປະທານສະພາແຫ່ງຊາດ ກຳປູເຈຍ ແລະ ປະທານສະພາແຫ່ງຊາດ ລາວ ໄດ້ລົງນາມຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ  ກຳປູເຈຍ - ລາວ - ຫວຽດນາມ ແລະ ຮັບຮອງເອົາຂັ້ນຕອນເຮັດລະບຽບການຂອງກອງປະຊຸມ, ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ສົມທົບກັນຕິດຕາມກວດກາການປະຕິບັດບັນດາໂຄງການຮ່ວມມືຂອງລັດຖະບານ 3 ປະເທດກ້າວເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ ແລະ ໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top