ໃນບົດລາຍງານທີ່ປະກາດໃນວັນທີ 02 ມິຖຸນາ, ອົງການເສດຖະກິດຂຶ້ນກັບກະຊວງເສດຖະກິດ ແລະ ການເງິນ ຝລັ່ງ ຕີລາຄາວ່າ ຫວຽດນາມ ໄດ້ຢືນຢັນຄວາມທົນທານ ແລະ ຮັກສາທ່າເຕີບໂຕຢ່າງແຮງ ໃນສະພາບການຄ້າທົ່ວໂລກຊຸດຊົມ, ການປະທະກັນດ້ານພູມຊາດການເມືອງທີ່ແກ່ຍາວ ແລະ ບັນດາລະບົບສະໜອງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.
ຕາມການຕີລາຄາຂອງອົງການເສດຖະກິດ ຝລັ່ງ ແລ້ວ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນທີ່ສຸດຢູ່ ອາຊີ, ສືບຕໍ່ດຶງດູດແຫຼ່ງເງິນລົງທຶນຕ່າງປະເທດຢ່າງແຮງ ຍ້ອນສະພາບແວດລ້ອມດ້ານການເມືອງມີສະຖຽນລະພາບ, ທີ່ຕັ້ງຍຸດທະສາດໃນລະບົບສະໜອງທົ່ວໂລກ ແລະ ຄວາມສາມາດຮັບມືຢ່າງວ່ອງໄວຕໍ່ກັບບັນດາການຜັນແປຂອງເສດຖະກິດໂລກ.
ອົງການນີ້ກໍ່ສົນໃຈເປັນພິເສດເຖິງຍຸດທະສາດພັດທະນາໃໝ່ຂອງ ຫວຽດນາມ. ປີ 2025, ກົມການເມືອງໄດ້ປະກາດໃຊ້ມະຕິໃຫຍ່ 4 ສະບັບ ກຳນົດທິດພັດທະນາເສດຖະກິດ ດ້ວຍເປົ້າໝາຍນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົນຜົນເປັນຈິງ, ຫວຽດນາມ ໄດ້ຕັ້ງຄວາມຫວັງຮັກສາທ່າລະດັບເຕີບໂຕແຕ່ລະປີແມ່ນ 10% ຂຶ້ນໄປໃນໄລຍະຍາວ ແລະ ຜັນຂະຫຍາຍໂຄງການລົງທຶນພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່ ດ້ວຍຍອດທຶນຄາດວ່າປະມານ 570 ຕື້ USD.






