• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ​ຫວຽດນາມ ຈະ​ຟື​້ນຕົວ ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ໂລກລະບາດ​​ໂຄ​ວິດ - 19 ກໍ​ຕາມ

ເສດຖະກິດຫວຽດນາມ ຈະຟື້ນຕົວ ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ. ນີ້ແມ່ນການຕີລາຄາຂອງທະນາຄານໂລກ (WB) ທີ່ໄດ້ຍົກອອກໃນບົດລາຍງານ ເຊິ່ງໄດ້ປະກາດໃນການຖະແຫຼງຂ່າວທາງອອນລາຍໃນວັນທີ 30 ກໍລະກົດ.

ການຖະແຫຼງຂ່າວທາງອອນລາຍໃນວັນທີ 30 ກໍລະກົດ 

ບົດລາຍງານຂອງທະນາຄານໂລກ ໄດ້ໃຫ້ສັງເກດວ່າ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ. ໃນເມື່ອສະພາບການໂລກໄດ້ຮັບການປົວແປງເທື່ອລະກ້າວ, ບັນດາການເຄື່ອນໄຫວເສດຖະກິດ ຈະໄດ້ຮັບການຟື້ນຕົວໃນເຄິ່ງທ້າຍຂອງປີ 2020, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕປະມານ 2,8% ໃນປີ 2020 ແລະ 6,8% ໃນປີ 2021. ຖ້າຫາກວ່າ ສະພາບການພາຍນອກບໍ່ມີຄວາມສະດວກປານໃດນັ້ນ, ພື້ນຖານເສດຖະກິດຂອງຫວຽດນາມ ຈະເຕີບໂຕປະມານ 1,5% ໃນປີ 2020 ແລະ 4,5% ໃນປີ 2021.
(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top