• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດໃນ 3 ເດືອນຕົ້ນປີ 2018ບັນລຸການເຕີບໂຕທີ່ຫນ້າປະທັບໃຈ

      ດ້ວຍການເຕີບໂຕ GDP ໃນໄຕມາດ 1 ປີ 2018 ບັນລຸລະດັບ 7,38%, ຕົວເລກນີ້ໄດ້ຮັບການຕີລາຄາວ່າແມ່ນສູງສຸດໃນໄລຍະ 10 ປີມານີ້. ຂໍ້ມູນຂ່າວດັ່ງກ່າວໂດຍຜູ້ຕາງຫນ້າກະຊວງແຜນການ ແລະ ການລົງທຶນຫວຽດນາມ ຍົກອອກມາ ທີ່ກອງປະຊຸມກ່ຽວກັບການບໍລິຫານເສດຖະກິດມະຫາພາກ, ຕີລາຄາສະພາບການປະຕິບັດບັນດາມາດຕະການໃນມະຕິເລກທີ 01 ຂອງລັດຖະບານ ກ່ຽວກັບການເຕີບໂຕດ້ານເສດຖະກິດ ປີ 2018 ທີ່ຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ. ຕົວເລກທີ່ຫນ້າປະທັບໃຈດັ່ງກ່າວສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມ ໄດ້ພັດທະນາບຸກທະລຸນັບແຕ່ຊຸມເດືອນຕົ້ນປີ.

ໃນເດືອນມັງກອນ, ວົງເງິນສິນຄ້າສົ່ງອອກບັນລຸ 19 ຕື້ USD (ໄລຍະດຽວກັນຂອງປີກາຍແມ່ນ 14,6 tỷ USD)
      ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ສະພາບການເສດຖະກິດຢູ່ພາຍໃນປະເທດໃນ 3 ເດືອນຕົ້ນປີ ຍັງຄົງຮັກສາທ່າອ່ຽງຕັ້ງຫນ້າຈາກທ້າຍປີ 2017 ເມື່ອເສດຖະກິດມະຫາພາກເປັນປົກກະຕິ, ລາຄາ ແລະ ໄພເງິນເຟີ້ຢູ່ໃນລະດັບຄວບຄຸມໄດ້, ດັດຊະນີການເງິນເງິນຕາລ້ວນແຕ່ຕັ້ງຫນ້າ, ຕະຫລາດເງິນຕາຕ່າງປະເທດ, ອັດຕາດອກເບ້ຍເປັນປົກກະຕິ, ສະພາບການຊຳລະດີ, ລາຍຮັບລາຍຈ່າຍງົບປະມານບັນລຸຕາມເວລາກຳນົດໂດຍພື້ນຖານ, ຕະຫລາດຫລັກຊັບເຕີບໂຕເປັນປົກກະຕິ, ດຶງດູດເງິນລົງທຶນບັນລຸລະດັບດີພໍສົມຄວນ, ໃນຂະນະການປ່ອຍເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI), ວົງເງິນນຳເຂົ້າສົ່ງອອກ.. ແມ່ນດີພໍສົມຄວນ. ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍ, ການເຕີບໂຕ GDP ໄຕມາດ 1 ບັນລຸລະດັບຕ່ຳສຸດໃນ 3 ປີກ່ອນ ດ້ວຍລະດັບການເຕີບໂຕ 5,1% ນັ້ນ, ປີນີ້ GDP ເພີ່ມຂຶ້ນນັບແຕ່ໄລຍະຕົ້ນປີ ດ້ວຍລະດັບການເຕີບໂຕ 7,38%. ໃນໄຕມາດ 1, ຫລາຍທ້ອງຖິ່ນມີລະດັບການເຕີບໂຕສູງຄື: ນະຄອນໂຮ່ຈິມີນ, ຮ່າໂນ້ຍ, ບັກນີງ, ທາຍງວຽນ. ບັນດາປະເພດສິນຄ້າຄື ເຂົ້າສານ, ໝາກໄມ້, ເຄື່ອງຕ່ຳແຜ່ນຕັດຫຍິບ.. ລ້ວນແຕ່ມີລະດັບການເຕີບໂຕສົ່ງອອກທີ່ຫນ້າປະທັບໃຈ. ສິ່ງທີ່ເປັນຫນ້າຊື່ນຊົມນັ້ນແມ່ນຄຸນນະພາບການເຕີບໂຕໄດ້ມີການປັບປຸງຫລາຍແລ້ວ. ທ່ານ ຫງວຽນດີງກູງ, ຫົວຫນ້າສະຖາບັນຄຸ້ມຄອງເສດຖະກິດສູນກາງໄດ້ໃຫ້ຂໍ້ສັງເກດວ່າ:
ພ້ອມກັບມະຕິເລກທີ 01 ຂອງລັດຖະບານ, ສະພາບການເສດຖະກິດປີນີ້ ມີບັນດາຈຸດທີ່ແຕກຕ່າງກັນເມື່ອທຽບໃສ່ຊຸມປີກ່ອນນີ້. ນັ້ນແມ່ນໄລຍະ ເວລາສັ້ນກວ່າ, ທີສອງ  ຍ້ອນເວລາສັ້ນສະນັ້ນມີຄວາມສຸມໃສ່ກວ່າ ແລະ ນອກນັ້ນລັດຖະບານຍັງໄດ້ວາງອອກ 242 ຫນ້າທີ່ລະອຽດ.”
        ບົດລາຍງານຂອງບັນດາອົງການຈັດຕັ້ງຢູ່ພາຍໃນປະເທດໃຫ້ເຫັນວ່າ, ການສົ່ງອອກຂອງກຸ່ມວິສາຫະກິດຢູ່ພາຍໃນປະເທດ ແລະ FDI ລ້ວນແຕ່ເພີ່ມຂຶ້ນສູງ. ພິເສດໃນເດືອນ ກຸມພາ, ການເຕີບໂຕດ້ານການສົ່ງອອກຂອງກຸ່ມວິສາຫະກິດຢູ່ພາຍໃນປະເທດແມ່ນສູງກວ່າກຸ່ມວິສາຫະກິດ FDI, ເປັນສັນຍານຕັ້ງຫນ້າສະແດງໃຫ້ເຫັນ ການຟື້ນຕົວຂອງກຸ່ມວິສາຫະກິດຫວຽດນາມ.  ໃນ 3 ເດືອນຕົ້ນປີ, ທົ່ວປະເທດມີວິສາຫະກິດສ້າງຕັ້ງໃຫມ່ກວ່າ 26.800 ແຫ່ງ ຊື່ງແມ່ນລະດັບສູງສຸດໃນໄລຍະ 7 ປີຜ່ານມາ. ເລື່ອງແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດກໍ່ໄດ້ວາງອອກຢ່າງຂ້ຽວຂາດ, ລະອຽດ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:
        ເລື່ອງຫັນລະບຽບການບໍລິຫານໃຫ້ງ່າຍດາຍຊື່ງໄດ້ຍົກອອກມາໃນຫລາຍປີແລ້ວ ແລະ ກໍ່ມີຫລາຍມະຕິ, ຄຳສັ່ງ, ໂຄງການດຳເນີນງານລະອຽດເພື່ອປະຕິບັດ, ແຕ່ນີ້ອາດຈະແມ່ນຈຸດເວລາຕັດສິນໃຈປະຕິບັດ ແລະ ມີບັນດາໝາກຜົນແທດຈິງ. ເລື່ອງລັດຖະບານວາງອອກແຜນການທີ່ວ່າ: ໃນໄລຍະ 1-2 ປີຈະມາເຖິງ ບັນດາກະຊວງ, ຂະແຫນງການທັງໝົດ  ຕ້ອງຫລຸດຜ່ອນຢ່າງຫນ້ອຍ 1/3 ເຖິງ 1/2 ບັນດາເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານ, ຂ້າພະເຈົ້າຄິດວ່າ ນີ້ແມ່ນການກຳນົດທີ່ມີລັກສະນະບຸກທະລຸ. ພິເສດໃນໄລຍະຜ່ານມາ ກະຊວງອຸດສາຫະກຳ ການຄ້າ ໄດ້ນຳຫນ້າໃນເລື່ອງຫລຸດຜ່ອນເຄິ່ງຫນຶ່ງລະບຽບການບໍລິຫານໃນກະຊວງຕົນເຄິ່ງຫນຶ່ງ, ຂ້າພະເຈົ້າຄິດວ່າ ໄລຍະຈະມາເຖິງ ພວກເຮົາຈະປະຕິບັດໄດ້ຢ່າງແນ່ນອນ.
        ເຖິງວ່າ ໄຕມາດ 1/2018 ບັນລຸລະດັບການເຕີບໂຕທີ່ຫນ້າປະທັບໃຈ, ແຕ່ລັດຖະບານຍັງຄົງຮຽກຮ້ອງບັນດາກະຊວງ, ຂະແຫນງການ ຕິດຕາມບັນດາການຜັນແປດ້ານເສດຖະກິດຢູ່ພາຍໃນປະເທດ, ພາກພື້ນ ແລະ ໂລກ, ຕິດຕາມສະພາບການພັດທະນາເສດຖະກິດມະຫາພາກຢູ່ບັນດາຂົງເຂດທະນາຄານ-ການເງິນ, ອະສັງຫາລິມະຊັບຢ່າງໃກ້ຊິດ…ບົນຈິດໃຈແມ່ນເມື່ອມີເສດຖະກິດດີກວ່າກໍ່ຕ້ອງກະກຽມໃຫ້ຊຸມປີຕໍ່ໄປຫລາຍກວ່າ, ເປັນເຈົ້າການເພື່ອມີບັນດາວິທີການສຳຮອງເມື່ອປະສົບກັບຄວາມຫຍຸ້ງຍາກແມ່ນຍັງມີຄວາມສາມາດເພື່ອດັດປັບ.
 (ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top