• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດຫວຽດນາມມີສັນຍານດີຂຶ້ນ

      ສະພາບການເສດຖະກິດມີສັນຍານດີຂຶ້ນ ດ້ວຍລະດັບການເຕີບໂຕ GDP ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 5,73% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
       ທີ່ກອງປະຊຸມຂ່າວດຳເນີນໃນຕອນເຊົ້າວັນທີ 29 ມິຖຸນາ, ກົມໃຫຍ່ສະຖິຕິໃຫ້ຮູ້ວ່າ: ດ້ວຍລະດັບການເຕີບໂຕ GDP ແມ່ນ 6,17 ໃນໄຕມາດ 2, ສູງກວ່າໄຕມາດ 1 ໄດ້ສະແດງໃຫ້ເຫັນວ່າ ສະພາບການເສດຖະກິດມີສັນຍານດີຂຶ້ນ. ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາມີຄວາມເປັນປົກກະຕິ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໄດ້ຮັບການປັບປຸງ, ການສົ່ງອອກເພີ່ມຂຶ້ນສູງ, ການດຶງດູດນັກທ່ອງທ່ຽວຕ່າງປະເທດ ແລະ ການລົງທຶນຂອງຕ່າງປະເທດກໍ່ບັນລຸລະດັບດີສົມຄວນ.  ທ່ານ ຫງວຽນບີກເລີມ, ຫົວຫນ້າກົມສະຖິຕິໃຫ້ຮູ້ວ່າ: ຍັງມີຫລາຍກາລະໂອກາດ ແລະ ຄວາມສະດວກເພື່ອສູ້ຊົນບັນລຸການເຕີບໂຕເສດຖະກິດໃຫ້ໄດ້ 6,7% ໃນປີນີ້.
        “ປະຈຸບັນ ຂະແຫນງກະສິກຳ ພວມປະຕິບັດການຫັນປ່ຽນອົງປະກອບການຜະລິດເປັນຢ່າງດີ. ອຸດສາຫະກຳປຸ້ງແຕ່ງ, ການຜະລິດກໍ່ມີສັນຍານດີຂຶ້ນ. ສະພາບວິສາຫະກິດໄດ້ຮັບການສ້າງຕັ້ງໃຫມ່ ແລະ ທຶນຂອງວິສາຫະກິດພວມເຄື່ອນໄຫວໃນພື້ນຖານເສດຖະກິດແມ່ນໃຫຍ່ຫລວງ. ນີ້ແມ່ນພື້ນຖານເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ສະພາບການເສດຖະກິດໃນ 6 ເດືອນທ້າຍປີອາດຈະບັນລຸແຜນການວາງອອກ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top