• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດສັງຄົມ 2021 – 2025: ເພີ່ມຄວາມໄວ, ບຸກທະລຸ ສ້າງທ່ວງທ່າໃຫ້ແກ່ໄລຍະເຕີບໂຕໃໝ່

ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢືດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ.
ທີ່ກອງປະຊຸມ (ພາບ: nhandan.vn)

ຄາດວ່າ, ມີ 22/26 ຄາດໝາຍໃນໄລຍະ 2021 – 2025 ໄດ້ປະຕິບັດສຳເລັດ ແລະ ລື່ນກາຍແຜນການ; ລະດັບໂຕ GDP ປີ 2025 ຄາດວ່າບັນລຸ 8%, ສູງທີ່ສຸດຢູ່ພາກພື້ນ ແລະ ນອນໃນກຸ່ມແຖວໜ້າໃນໂລກ. ນີ້ແມ່ນຂ້ໍມູນທີ່ໄດ້ຍົກອອກມາທີ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ, ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2025, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2026; ໝາກຜົນການປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດກ່ຽວກັບແຜນການ 5 ປີ ໄລຍະ 2021 – 2025: ການພັດທະນາເສດຖະກິດ - ສັງຄົມ, ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

        ທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ເນັ້ນໜັກວ່າ ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢືດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ, ພ້ອມກັນນັ້ນ, ກໍ່ຊຸກຍູ້ການປະຕິຮູບລະບອບລະບຽບການ, ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ແລະ ພັດທະນາບັນດາກຳລັງໜູນໃໝ່ຢ່າງແຮງ, ສ້າງທ່ວງທ່າການພັດທະນາແບບຍືນຍົງໃຫ້ແກ່ໄລຍະ 2026 – 2030.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top