ຫວຽດນາມ ຍາມໃດກໍປົວແປງສະພາບແວດລ້ອມແຫ່ງລົງທຶນ ແລະ ດຳເນີນທຸລະກິດເພື່ອສ້າງເງື່ອນໄຂດີ ແລະ ສະດວກທີ່ສຸດໃຫ້ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.

ວັນທີ 17 ທັນວາ, ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ. ກ່າວຄຳເຫັນນະທີ່ນີ້, ທ່ານເນັ້ນໜັກວ່າ:
“ນີ້ແມ່ນເວທີປາໄສເສດຖະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງຖືກຈັດຂຶ້ນຢູ່ New Delhi. ເຫດການສຳຄັນນີ້ຈະສ້າງໂອກາດລົງທຶນ, ຮ່ວມມືໃຫ້ວິສາຫະກິດສອງປະເທດ. ເມື່ອວິສາຫະກິດ ອິນເດຍ ລົງທຶນເຂົ້າ ຫວຽດນາມ ໝາຍຄວາມວ່າ ໄດ້ລົງທຶນຢູ່ຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ ເຊິ່ງກຳລັງຢູ່ໃນໄລຍະທີ່ມີອາຍຸອອກແຮງງານດີທີ່ສຸດ. ຫວຽດນາມ ຍາມໃດກໍປົວແປງສະພາບແວດລ້ອມແຫ່ງລົງທຶນ ແລະ ດຳເນີນທຸລະກິດເພື່ອສ້າງເງື່ອນໄຂດີ ແລະ ສະດວກທີ່ສຸດໃຫ້ວິສາຫະກິດສອງປະເທດລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ”.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມື 11 ສະບັບ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ອິນເດຍ ໃນຫຼາຍຂົງເຂດ.