• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ “ແມ່ຍິງ Startup 4.0 - ກາລະໂອກາດ ແລະ ສິ່ງທ້າທາຍ”

      ຕອນເຊົ້າວັນທີ 04 ຕຸລາ, ທີ່ນະຄອນ ຫ໋າຍຟ່ອງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບບໍລິສັດ Google ແລະ ສະຫະພັນແມ່ຍິງນະຄອນ ຫ໋າຍຟ່ອງ ຈັດຕັ້ງເວທີປາໄສ ແມ່ຍິງ Startup 4.0 - ກາລະໂອກາດ ແລະ ສິ່ງທ້າທາຍ”.

ເວທີປາໄສ “ແມ່ຍິງ Startup 4.0 - ກາລະໂອກາດ ແລະ ສິ່ງທ້າທາຍ”
      “ບົດບາດຂອງແມ່ຍິງໃນການປະຕິວັດ 4.0 ແລະ ການກະທົບຂອງການປະຕິວັດ 4.0 ຕໍ່ແມ່ຍິງ ຫວຽດນາມ” ແມ່ນເນື້ອໃນເຊິ່ງບັນດາແຂກຖືກເຊີນ ແລະ ຜູ້ແທນໄດ້ສຸມໃສ່ປຶກສາຫາລື. ວິທະຍາສາດ - ເຕັກໂນໂລຊີພັດທະນາ, ແມ່ຍິງມີກາລະໂອກາດຫລາຍຢ່າງເພື່ອສຳພັດ, ຍົກສູງລະດັບຄວາມຮູ້ ແລະ ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການດຳລົງຊີວິດ ການເຮັດວຽກງານ. ເຖິງຢ່າງໃດກໍ່ຕາມ, ການປະຕິວັດ 4.0 ກໍ່ວາງອອກບັນດາສິ່ງທ້າທາຍໃຫ້ແກ່ແມ່ຍິງ ໂດຍສະເພາະແມ່ນການສຳຜັດ ແລະ ໝູນໃຊ້ເຕັກໂນໂລຊີໃໝ່, ເຂົ້າໃນວຽກງານ ແລະ ຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຄວາມກົມກຽວ…ທ່ານນາງ ໂດ໊ທິທູຖ໋າວ, ຮອງປະທານສະຫະພັນແມ່ຍິງ ຫວຽດນາມ ເນັ້ນໜັກວ່າ:
        “ຍິ່ງກ່ວາເວລາໃດໝົດ, ແມ່ຍິງຕ້ອງເປັນເຈົ້າການກ່ວາ ຍ້ອນເຂົາເຈົ້າທັງເປັນຜູ້ບໍລິຫານຄອບຄົວ ທັງເດີນຕາມຄວາມໃຝ່ຝັນດຳເນີນທຸລະກິດຂອງຕົນ. ຕ້ອງເປີດອົກເປີດໃຈ, ລົບລ້າງຄວາມຄິດຕາຍຕົວກ່ຽວກັບແມ່ຍິງ ຫວຽດນາມ ດ້ວຍທັດສະນະທີ່ວ່າ ໂລກຂອງແມ່ຍິງແມ່ນຄອບຄົວ, ແມ່ນເຮືອນຄົວ, ແມ່ນການເບິ່ງແຍງຜົວ ແລະ ລູກ”. ດັ່ງນັ້ນ, ຕ້ອງມີຈິນຕະນາການແບບເປີດອົກເປີດໃຈ ແລະ ທັນສະໄໝ, ຕ້ອງເບິ່ງກ້ວາງເຫັນໄກ, ຊອກຮູ້ຮ່ຳຮຽນ, ຍົກສູງທັກສະ, ເກັ່ງກ້າດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຕອບສະໜອງບັນດາການປ່ຽນແປງໃນທຸກໆວັນເປັນຢ່າງດີ ເຊິ່ງການປະຕິວັດ 4.0 ພວມສົ່ງຜົນກະທົບຕໍ່ທົ່ວໂລກ ແລະ ຫວຽດນາມ”.
        ທີ່ເວທີປາໄສ, ບັນດາຜູ້ແທນກໍ່ໄດ້ຮັບການແນະນຳກ່ຽວກັບລາຍການ “ຖານຍິງ ດີຈີຕອນ 4.0 ຂອງ ຫວຽດນາມ”, ຮັບຟັງບັນດາແຂກຖືກເຊີນແບ່ງປັນບົດຮຽນໃນການຜະລິດ, ດຳເນີນທຸລະກິດ, ເຊື່ອມຕໍ່ສິນເຊື່ອ ແລະ ຈຳໜ່າຍຜະລິດຕະພັນ.
 (ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ

ອັດ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ

ທ່ານປະທານສະມາຄົມນັກຂ່າວ ຫວຽດນາມ ເລກວັກມິງ, ຫົວໜ້າຄະນະຊີ້ນຳສະມາຄົມສື່ມວນຊົນທົ່ວປະເທດ 2025 ຢັ້ງຢືນວ່າເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ໄດ້ປະສົບຜົນສຳເລັດ, ກາຍເປັນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ.

Top