• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດ ອີຕາລີ - ຫວຽດນາມ: ຊຸກຍູ້ການຄ້າ ຫວຽດນາມ - ອີຕາລີ

ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນໃຫຍ່ຫຼວງ. ເວທີປາໄສ ຫວຽດນາມ ແລະ ອີຕາລີ ຄັ້ງນີ້ແມ່ນຈັດຂຶ້ນຖືກຈຸດເວລາ.

ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນໃຫຍ່ຫຼວງ. ເວທີປາໄສ ຫວຽດນາມ ແລະ ອີຕາລີ  ຄັ້ງນີ້ແມ່ນຈັດຂຶ້ນຖືກຈຸດເວລາ.

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ

ຄາດວ່າ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຈະສົມທົບກັບອົງການສົ່ງເສີມການຄ້າ ອີຕາລີ (ICE) ຈະຈັດເວທີປາໄສເສດຖະກິດ ອີຕາລີ - ຫວຽດນາມ ໃນວັນທີ 19 ກັນຍາ ຢູ່ນະຄອນຫຼວງ Rome. ກ່ອນທີ່ຈັດເຫດການນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ ໄດ້ຊີ້ແຈ້ງບັນດາມາດຕະການຊຸກຍູ້ການຄ້າ ຫວຽດນາມ - ອີຕາລີ.

ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນໃຫຍ່ຫຼວງ. ເວທີປາໄສ ຫວຽດນາມ ແລະ ອີຕາລີ  ຄັ້ງນີ້ແມ່ນຈັດຂຶ້ນຖືກຈຸດເວລາ, ເມື່ອໂລກລະບາດໂຄວິດ -19 ພວມຄ່ອຍໆສິ້ນສຸດລົງ. ທັງ ຫວຽດນາມ ແລະ ອີຕາລີ ມີລະດັບການຟື້ນຟູ ແລະ ພັດທະນາເສດຖະກິດດີພໍສົມຄວນ.

          ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ເນັ້ນໜັກວ່າ, ວຽກງານສົ່ງເສີມການຄ້າເຊິ່ງເວທີປາໄສຄັ້ງນີ້ແມ່ນສຳຄັນທີ່ສຸດ, ຜ່ານນັ້ນດຶງດູດຄວາມສົນໃຈເປັນຈຳນວນຫຼາຍຂອງວິສາຫະກິດ ອີຕາລີ ກ່ຽວກັບກາລະໂອກາດທຳມາຫາກິນອັນດີງາມກັບ ຫວຽດນາມ. ທີສອງແມ່ນຍູ້ແຮງຜັນຂະຫຍາຍການຮ່ວມມືກັບບັນດາທ້ອງຖິ່ນ ອີຕາລີ, ຈຸດສຸມແມ່ນຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ທີສາມ, ແມ່ນເຂົ້າຮ່ວມບັນດາງານວາງສະແດງ, ງານຕະຫຼາດນັດໂດຍ ອີຕາລີ ຈັດຕັ້ງ, ແນະນຳບັນດາປະເພດສິນຄ້າ, ຄວາມສາມາດການສະໜອງຂອງ ຫວຽດນາມ ແລະ ເຊື່ອມຕໍ່ບັນດາກາລະໂອກາດທຳມາຫາກິນ, ດຳເນີນທຸລະກິດ. ທີສີ່ແມ່ນ, ເຊື່ອມຕໍ່, ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບບັນດາຄະນະການນຳ ແລະ ວິສາຫະກິດທ້ອງຖິ່ນຂອງ ຫວຽດນາມ ໃນບັນດາລາຍການສົ່ງເສີມການຄ້າ, ການລົງທຶນຢູ່ ອີຕາລີ. ທີຫ້າ ແມ່ນໜູນຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top