• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຮ່ວມມືອາຊີ-ເອີລົບ(ASEM)ເຫັນດີເພີ່ມທະວີການສົມທົບກັນຊຸກຍູ້ການພັດທະນາກວມລວມທາງດ້ານເສດຖະກິດ,ສັງຄົມ

      ໃນລະຫວ່າງວັນທີ 16 – 17 ພຶດສະພາ, ກອງປະຊຸມ ASEM ກ່ຽວກັບການ “ຊຸກຍູ້ການພັດທະນາກວມລວມທາງດ້ານເສດຖະກິດ ແລະ ສັງຄົມຢູ່ອາຊີ ແລະ ເອີລົບ”, ໄດ້ດຳເນີນຢູ່ນະຄອນຍາຈາງ, ຫວຽດນາມ.

ກອງປະຊຸມ ASEM ກ່ຽວກັບການຊຸກຍູ້ການພັດທະນາກວມລວມທາງດ້ານເສດຖະກິດ
ແລະ ສັງຄົມຢູ່ອາຊີ ແລະ ເອີລົບ
(ພາບ: congthuong.vn)
      ກອງປະຊຸມໄດ້ປຶກສາຫາລືຫຼາຍຫົວເລື່ອງສຳຄັນຄື: ໃນການພັດທະນາກວມລວມໃນການປະຕິວັດອຸດສາຫະກຳ 4.0, ບົດຮຽນ ແລະ ພຶດຕິກຳຕົວຈິງການປະຕິບັດຄາດໝາຍ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”, ເພີ່ມທະວີບົດບາດ ແລະ ການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຍູ້ແຮງການຮ່ວມມືລະຫວ່າງ 2 ທະວີບກ່ຽວກັບການພັດທະນາກວມລວມທາງດ້ານເສດຖະກິດ ແລະ ສັງຄົມ.
        ທີ່ວາລະສະຫຼຸບ, ກອງປະຊຸມໄດ້ເປັນເອກະພາບຫຼາຍມາດຕະການເພີ່ມທະວີການສົມທົບກັນກະທຳໃນ ASEM. ພົ້ນເດັ່ນແມ່ນການຊຸກຍູ້ການປະກອບສ່ວນຂອງ ASEM ໃຫ້ແກ່ຄວາມມານະພະຍາຍາມຂອງທົ່ວໂລກ ໃນການຜັນຂະຫຍາຍໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ຕິດພັນບັນດາຂໍ້ລິເລີ່ມ, ໂຄງການ ແລະ ບັນດາກຸ່ມຮ່ວມມືວິຊາສະເພາະ ASEM ກ່ຽວກັບການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ຫຼຸດຜ່ອນຄວາມທຸກຍາກ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ…
        ກ່າວຄຳເຫັນອັດກອງປະຊຸມ, ຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງ ASEM ຂອງຫວຽດນາມ ເນັ້ນໜັກວ່າ, ບັນດາໝາກຜົນຂອງກອງປະຊຸມໄດ້ປະກອບສ່ວນຫັນວິໄສທັດບັນດາການນຳ ASEM ກ່ຽວກັບການຊຸກຍູ້ການພັດທະນາກວມລວມທາງດ້ານເສດຖະກິດ ແລະ ສັງຄົມ ດ້ວຍເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງອະນາຄົດກວມລວມ, ຍືນຍົງໃຫ້ປະຊາຊົນທຸກໆຄົນໃຫ້ປະກົດຜົນເປັນຈິງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top