• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຮ່ວມມືດ້ານສື່ສານ ອາຊຽນ - ຈີນ 2026

ເວທີປາໄສໄດ້ປະກາດ 2 ຂໍ້ລິເລີມໃໝ່, ແມ່ນ: ໂຄງການປະດິດຄິດສ້າງເນື້ອໃນສື່ມວນຊົນສັງຄົມ ອາຊຽນ - ຈີນ ແລະ ລາຍການ tour ມໍລະດົກວັດທະນະທຳຊາວໜຸ່ມ ອາຊຽນ - ຈີນ ປີ 2026.
  (ເວທີປາໄສຮ່ວມມືດ້ານສື່ສານ ອາຊຽນ - ຈີນ )  

ວັນ​ທີ 09 ມິ​ຖຸ​ນາ, ຢູ່​ທາງ​ທິດ​ຕາ​ເວັນ​ອອກສ່ຽງ​ເໜືອ ຈີນ ໄດ້​ຈັດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ດ້ານ​ສື່​ສານ ອາ​ຂຽນ - ຈີນ ປີ 2026 ດ້ວຍ​ຫົວ​ຂໍ້ “ການ​ເຕົ້າ​ໂຮມ​ສື່​ສານ ເພື່ອ​ການ​ເຕີບ​ໂຕ​ລວມ: ເປີດ​ພາກ​ໃໝ່​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ອາ​ຊຽນ - ຈີນ”. ເວ​ທີ​ປາ​ໄສ​ໄດ້​ດຶງ​ດູດ​ຜູ້​ແທນ​ປະ​ມານ 150 ທ່ານ​ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ, ອົງ​ການ​ສື່​ມວ​ນ​ຊົນ, ສະ​ຖາ​ບັນ​ຄົ້ນ​ຄວ້າ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ເວ​ທີ​ປາ​ໄສ​ໄດ້​ປະ​ກາດ 2 ຂໍ້​ລິ​ເລີມ​ໃໝ່, ແມ່ນ: ໂຄງ​ການ​ປະ​ດິດ​ຄິດ​ສ້າງ​ເນື້ອ​ໃນ​ສື່ມວນ​ຊົນ​ສັງ​ຄົມ ອາ​ຊຽນ - ຈີນ ແລະ ລ​າຍ​ການ tour ມ​ໍ​ລະ​ດົກ​ວັດ​ທ​ະ​ນ​ະ​ທຳ​ຊາວ​ໜຸ່ມ ອາ​ຊຽນ - ຈີນ ປີ 2026.

ທ່ານ​ນາງ Napasorn Bhuvaboriank, ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ພົວ​ພັນ​ມະ​ຫາ​ຊົນສູນ ອາ​ຊຽນ - ຈີນ, ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສື່ມ​ວນ​ຊົນ​ໄດ້​ສວມ​ບົດ​ບາ​ດ​ສຳ​ຄັນ​ທີ່​ສຸດ​ໃນ​ກາ​ນ​ເຊື່ອ​ມ​ຕໍ່​ກັບ​ປະ​ຊາ​ຊົນ​. ຜ່ານ​ສື່ມວນ​ຊົນ, ພວກ​ເຮົາ​ສາ​ມາດ​ສ້າງ​ຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ນີ້​ແມ່ນ​ພື້ນ​ຖານ​ໃຫ້​ການ​ພົວ​ພັນ​ປະ​ຊາ​ຊົນ​ຢ່າງ​ສະ​ໜິດ​ແໜ້ນ. ແລະ​ບົນ​ພື້ນ​ຖານນັ້ນ, ພວກ​ເຮົາ​ສາ​ມາ​ດ​ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ອາ​ຊຽນ - ຈີນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢູ່​ພ​າກ​ພື້​ນ”.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top