• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສສື່ມວນຊົນ ອາຊຽນຄັ້ງທີ 4

      ວັນທີ 24 ພະຈິກ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຂອງ ຫວຽດນາມ ຢູ່ບັນດາກອງປະຊຸມຂອງ ອາຊຽນ, ເຂົ້າຮ່ວມວາລະໂອ້ລົມສົນທະນາ ກັບ ປະທານອາຊຽນ 2020 ໃນຂອບເຂດເວທີປາໄສສື່ມວນຊົນ ອາຊຽນ (AMF) ຄັ້ງທີ 4. 

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມວາລະໂອ້ລົມສົນທະນາ ກັບປະທານອາຊຽນ 2020  (ພາບ: dangcongsan.vn)
      ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມນຕີ ກະຊວງການຕ່າງປະເທດຖືວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນປີ ອາຊຽນ 2020 ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາອາຊຽນ ໃນໄລຍະຈະມາເຖິງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຟື້ນຟູຂອງ ພາກພື້ນ. ທ່ານ ຫງວຽນກ໊ວກຢຸງ ກໍ່ໄດ້ຢ້ຳຄືນທັດສະນະຂອງ ອາຊຽນ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນກາງ ແລະ ສະຖຽນລະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຄົາລົບກົດໝາຍສາກົນ ແລະ ເດີນຕາມການສຳຜັດແບບດຸນດ່ຽງ ໃນການພົວພັນກັບບັນດາຄູ່ຮ່ວມມື.
 ບັນດາຜູ້ແທນຖືວ່າ ຊຸກຍູ້ການຮ່ວມສຳພັນເສດຖະກິດ ແລະ ການເຊື່ອມຕໍ່ພາກພື້ນແມ່ນໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນໃນປີ ປະທານອາຊຽນ 2020 ຂອງ ຫວຽດນາມ. ເລື່ອງສິ້ນສຸດການເຈລະຈາ ແລະ ລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ອາຊຽນ ໃນການຊຸກຍູ້ລັດທິການຄ້າຫຼາຍຝ່າຍເປີດໂດຍອີງໃສ່ລະບຽບກົດໝາຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top