• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສທະເລ ອາຊຽນ ຄັ້ງທີ 9 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7

ໃນລະຫວ່າງວັນທີ 5 – 6 ທັນວາ, ຢູ່ດ່າໜັງ, ໄດ້ດຳເນີນເວທີປາໄສທະເລ ອາຊຽນ (AMF) ຄັ້ງທີ 9 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງ (EAMF) ຄັ້ງທີ 7.
ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 90 ທ່ານ ລວມມີເຈົ້າໜ້າທີ່ລັດຖະບານ, ນັກຄົ້ນຄວ້າທີ່ມາຈາກ 10 ປະເທດ ອາຊຽນ, 8 ປະເທດຄູ່ຮ່ວມມືຄູ່ເຈລະຈາ, ຄະນະເລຂາ ອາຊຽນ ແລະ ບາງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ເວທີປາໄສທະເລ ອາຊຽນ ຄັ້ງທີ 9 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 7 (ພາບ: TTXVN)

ນະທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນສະພາບຫັນເປັນການທະຫານໃນໂຄງປະກອບຂັດແຍ້ງ, ລະເມີດກົດໝາຍສາກົນ, ກີດຂວາງບັນດາປະເທດແຄມທະເລຂຸດຄົ້ນຊັບພະຍາກອນຢູ່ບັນດາເຂດທະເລຂອງຕົນຕາມຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ບັນດາຜູ້ແທນກໍ່ປາດຖະໜາວ່າ ອາຊຽນ ແລະ ຈີນ ຈະບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກໂດຍໄວ, ມີຜົນສັກສິດ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS.

        ທີ່ວາລະປຶກສາຫາລພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ມີຜົນສັກສິດ, ບັນດາຜູ້ແທນລ້ວນແຕ່ຢັ້ງຢືນຄວາມສຳຄັນຂອງສົນທິສັນຍາກົດໝາຍວ່າດ້ວຍທະເລໃນບົດບາດ "ລັດຖະທຳມະນຸນຂອງມະຫາສະໝຸດ". ຕາມນັ້ນແລ້ວ, ຜູ້ແທນຫລາຍທ່ານໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳລະເມີດສົນທິສັນຍາກົດໝາຍວ່າດ້ວຍທະເລທີ່ເກີດຂຶ້ນໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ.

ກ່ຽວກັບການກຳນົດທິດໃນໄລຍະຈະມາເຖິງ, ບັນດາຜູ້ແທນກໍ່ເຫັນດີເປັນເອກະພາບຄວນປັບປຸງບົດບາດຂອງເວທີປາໄສທະເລ ອາຊຽນ ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງ, ເປັນຕົ້ນແມ່ນໃນການແບ່ງປັນຂໍ້ມູນຂ່າວສານ ແລະ ປະສານງານການເຄື່ອນໄຫວຮ່ວມມື ແນໃສ່ຍົກສູງປະສິດທິຜົນ ແລະ ຫຼີກລ້ຽງການຊ້ຳຊ້ອນກັນ.

(ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top