ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Samdech Khuon Sudary, ປະທານສະພາແຫ່ງຊາດກຳປູເຈຍ, ໃນໂອກາດຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກຳປູເຈຍ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນກຳປູເຈຍ ພັດທະນາໂດຍສັນຕິພາບ, ມີສະຖຽນລະພາບ ແລະ ວັດທະນາຖາວອນ, ທ່ານສະເໜີສອງຝ່າຍຄວນສືບຕໍ່ຍົກລະດັບການພົວພັນຜ່ານຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງສະພາແຫ່ງຊາດຕັ້ງໜ້າຊຸກຍູ້ບັນດາໂຄງການ, ກິດຈະກຳຮ່ວມມືລະຫວ່າງສອງປະເທດ, ປະສານສົມທົບກັນຄົ້ນຄ້ວາ, ປະກາດໃຊ້ບັນດານະໂຍບາຍສ້າງຄວາມສະດວກໃຫ້ແກ່ການພົວພັນສອງປະເທດໃຫ້ນັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.
ສອງຝ່າຍເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງການພົວພັນສອງພັກ, ສອງລັດ ແລະ ລະຫວ່າງສາມພັກ, ສາມປະເທດ ຫວຽດນາມ ກຳປູເຈຍ ລາວໃນສະພາບການໃໝ່, ເປັນຕົ້ນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຜູກມັດດ້ານເສດຖະກິດ ແລະ ຄວາມເຂົ້າໃຈ, ສະໜິດຕິດພັນຂອງປະຊາຊົນ; ພ້ອມທັງຍົກສູງບົດບາດຂອງພັກໃນການກຳນົດທິດຍຸດທະສາດ ໃຫ້ແກ່ ສັງລວມການພົວພັນສອງຝ່າຍ, ສາມຝ່າຍ, ການນຳພາຢ່າງໃກ້ຊິດຂອງລັດຖະບານ, ບັນດາກະຊວງ, ຂະແໜງການໃນການຫັນບັນດາໝາກຜົນທີ່ບັນລຸໄດ້ໃຫ້ປະກົດຜົນເປັນຈິງ; ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກພົບປະລະຫວ່າງນາຍົກລັດຖະມົນຕີສາມປະເທດ, ປະທານສະພາແຫ່ງຊາດສາມປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ, ລັດຖະມົນຕີກະຊວງຕຳຫຼວດ/ພາຍໃນສາມປະເທດ, ລັດຖະມົນຕີກະຊວງການຕ່າງປະເທດ ສາມປະເທດ.






