ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ: “ວັນບຸນໃຫຍ່ຂອງປະເທດຊາດເພື່ອໃຫ້ປະຊາຊົນປະຕິບັດສິດເສລີ, ສິດເປັນເຈົ້າໂດຍກົງ”
ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງການປ່ອນບັດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນປະຈັກຕາພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍເຂົ້າຮ່ວມການປ່ອນບັດ. ທ່ານກ່າວວ່າ:
“ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໃນໂອກາດພວກເຮົາຫາກໍ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງສຳເລັດຜົນ. ທຸກແຜນນະໂຍບາຍ, ນະໂຍບາຍ, ກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນສະໄໝນີ້, ກໍຄືວິໄສທັດຂອງບັນດາສະໄໝຕໍ່ໄປໄດ້ຮັບການນຳສະເໜີ, ໂຄສະນາເຜີຍແຜ່ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນ, ພະນັກງານ, ສະມາຊິກພັກ ໄດ້ຮັບຖືວ່າ ການເລືອກຕັ້ງຄັ້ງນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ ເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຂອງຕົນໂດຍກົງ, ເພື່ອເລືອກເອົາຜູ້ມີອິດທິພົນຊື່ສຽງ, ມີຄວາມໄວ້ວາງໃຈຢ່າງພຽງພໍ ເພື່ອແບກຫາບບັນດາວຽກງານລວມຂອງປະເທດຊາດກໍຄືຂອງບັນດາທ້ອງຖິ່ນ”.
ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ກໍຝາກຄຳຂອບໃຈເຖິງບັນດາອົງການສື່ມວນຊົນທີ່ໄດ້ປະກອບສ່ວນໂຄສະນາເຜີຍແຜ່, ຖະແຫຼງຂ່າວກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນທົ່ວປວງຊົນ ໃນວັນບຸນທົ່ວປະເທດເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ./.









