ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ເສ​ລີ, ສິດ​ເປັນ​ເຈົ້າ​ໂດຍ​ກົງ”

ຕອນເຊົ້າວັນທີ 15 ມີນາ, ຢູ່ຈຸດປ່ອນບັດໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເຈິ່ນເກີມຕູ໋ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຜູ້ມີສິດເລືອກຕັ້ງໃນບໍລິເວນພັກອາໄສໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຢູ່ເຂດປ່ອນບັດເລກທີ 2, ຫົວໜ່ວຍເລືອກຕັ້ງເລກ 1 ຕາແສງ ບາດິ່ງ, ນະຄອນ ຮ່າໂນ້ຍ.
  ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາການນຳພັກ, ລັດ ໄປປ່ອນບັດ (ພາບ: Văn Điệp - TTXVN )  

ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງການປ່ອນບັດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນປະຈັກຕາພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍເຂົ້າຮ່ວມການປ່ອນບັດ. ທ່ານກ່າວວ່າ:

   “ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໃນໂອກາດພວກເຮົາຫາກໍ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງສຳເລັດຜົນ. ທຸກແຜນນະໂຍບາຍ, ນະໂຍບາຍ, ກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນສະໄໝນີ້, ກໍຄືວິໄສທັດຂອງບັນດາສະໄໝຕໍ່ໄປໄດ້ຮັບການນຳສະເໜີ, ໂຄສະນາເຜີຍແຜ່ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນ, ພະນັກງານ, ສະມາຊິກພັກ ໄດ້ຮັບຖືວ່າ ການເລືອກຕັ້ງຄັ້ງນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ ເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຂອງຕົນໂດຍກົງ, ເພື່ອເລືອກເອົາຜູ້ມີອິດທິພົນຊື່ສຽງ, ມີຄວາມໄວ້ວາງໃຈຢ່າງພຽງພໍ ເພື່ອແບກຫາບບັນດາວຽກງານລວມຂອງປະເທດຊາດກໍຄືຂອງບັນດາທ້ອງຖິ່ນ”.

ທ່ານເລຂາທິການໃຫຍ່ ໂຕເລິມ ຕອບສຳພາດຕໍ່ນັກຂ່າວ

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ກໍຝາກຄຳຂອບໃຈເຖິງບັນດາອົງການສື່ມວນຊົນທີ່ໄດ້ປະກອບສ່ວນໂຄສະນາເຜີຍແຜ່, ຖະແຫຼງຂ່າວກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນທົ່ວປວງຊົນ ໃນວັນບຸນທົ່ວປະເທດເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ./. 


top