• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູ່ມ​ເຟືອຍ, ໄພ​ຫຍໍ້​ທໍ້​ແມ່ນ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນພິເສດ, ເປັນປະຈຳ, ຍາວນານຂອງວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ.
  ການເຮັດວຽກ (ພາບ: VOV)  

ວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການເຮັດວຽກກັບ ຄະນະການເມືອງພາຍໃນສູນກາງ ແລະ ອົງການທີ່ກ່ຽວຂ້ອງຈຳນວນໜຶ່ງເພື່ອປະກອບຄຳເຫັນ ໃສ່ແຜນຮ່າງ ສະຫຼຸບ 20 ປີແຫ່ງການປະຕິບັດມະຕິກອງປະຊຸມຄັ້ງທີ 3 ຂອງສູນກາງພັກສະໄໝທີ X ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກ ຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້; ສະເໜີ ຄະນະບໍລິຫານງານສູນກາງພັກພິຈາລະນາ, ປະກາດມະຕິກ່ຽວກັບວຽກງານປ້ອງກັນ, ຕ້ານການການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ໃນໄລຍະໃໝ່.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນພິເສດ, ເປັນປະຈຳ, ຍາວນານຂອງວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ຢຶດໝັ້ນ, ເດັດດຽວ ຕໍ່ສູ້ສະກັດກັ້ນ, ຍູ້ຖອຍການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ແມ່ນແຜນນະໂຍບາຍ, ແນວທາງລຸລ່ວງ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ທັງຢຶດໝັ້ນ, ເດັດດຽວປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້, ແກ້ໄຂຢ່າງເຂັ້ມງວດ, ມີວັດທະນະທຳມະນຸດ, ສົມເຫດສົມຜົນ, ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ; ຄວບຄຸມບັນດາຂົງເຂດຫຼັກແຫຼ່ງ, ຈຳເປັນ, ຂົງເຂດໃໝ່ທີ່ຊ້ອມແຝງຄວາມສ່ຽງສູງເກີດການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້; ທັງຮ່ວມເດີນທາງພ້ອມກັບໜ້າທີ່ພັດທະນາເສດຖະກິດ ສັງຄົມ, ຮັບໃຊ້ເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບ ສອງຕົວເລກຢ່າງຕໍ່ເນື່ອງໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

OPEC ເພີມ​ປະ​ລິ​ມານ​ນ້ຳ​ມັນ

OPEC+ ເພີມ​ປະ​ລິ​ມານ​ນ້ຳ​ມັນ

ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.

Top