• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ (ພາບ: TTXVN)

ໂດຍມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຕອນບ່າຍວັນທີ 26 ທັນວາ, ຢູ່ກົມເກັບຮັກສາເອກະສານ, ຫ້ອງການສູນກາງພັກ, ຮ່າໂນ້ຍ, ຫ້ອງການສູນກາງພັກໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຈັດງານວາງສະແດງ “ພັກກອມມູນິດ ຫວຽດນາມ - ຈາກກອງປະຊຸມໃຫຍ່ຮອດກອງປະຊຸມໃຫຍ່” ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາການນຳພັກ, ລັດ ໄດ້ຕັດແຖບຜ້າໄຂງານວາງສະແດງ ແລະ ໄປຢ້ຽມຊົມງານວາງສະແດງ. ໂດຍຂຽນປຶ້ມບັນທຶກໜັງສືເປັນທີ່ລະນຶກ, ທ່ານເລຂາທິກນໃຫຍ່ ໂຕເລິມໄດ້ສະແດງຄວາມພາກພູມໃຈເມື່ອໄປຢ້ຽມຊົມງານວາງສະແດງ “ພັກກອມມູນິດ ຫວຽດນາມ - ຈາກກອງປະຊຸມໃຫຍ່ຮອດກອງປະຊຸມໃຫຍ່”. ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ

Top