ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊມ Shangri -la ຄັ້ງທີ 23
ເມື່ອກ່າວຄຳເຫັນນຳສະເໜີໃນກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ແບ່ງປັນບັນດາກຳນົດທິດເພື່ອພ້ອມກັນສ້າງ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີກຳລັງຄວາມສາມາດຫຼຸດຜ່ອນຄວາມສ່ຽງແຕ່ໄວ, ແຕ່ໄກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຖືວ່າ ຕ້ອງເຮັດໃຫ້ກົດໝາຍທຳນຽມ ແລະ ການສົນທະນາໄດ້ດຳເນີນບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ… ກາຍເປັນພາຫະນະທີ່ມີປະສິດທິຜົນຫຼຸດຜ່ອນຄວາມສ່ຽງຢ່າງແທ້ຈິງ. ສິ່ງດັ່ງກ່າວ ມີຄວາມສຳຄັນເປັນພິເສດສຳລັບທະເລ ແລະ ມະຫາສະໝຸດ ເພາະວ່າ ນີ້ແມ່ນພື້ນທີ່ເຊື່ອມຕໍ່ລວມ, ແມ່ນເສັ້ນທາງສຳຄັນດ້ານການຄ້າ, ພະລັງງານ, ສະບຽງອາຫານ ແລະ ລະບົບສະໜອງທົ່ວໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສະແດງໃຫ້ເຫັນວ່າຕ້ອງສ້າງໂຄງປະກອບພາກພື້ນເປີດ, ກວມລວມ, ຖື ອາຊຽນ ເປັນໃຈກາງ. ເມື່ອເນັ້ນໜັກວ່າ ຕ້ອງສ້າງບັນດາມາດຕະຖານຄວາມຮັບຜິດຊອບຕໍ່ເຕັກໂນໂລຢີໃໝ່ ແລະ ອຸດສາຫະກຳປ້ອງກັນຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ:
“ປັບປຸງການປ້ອງກັນຊາດແມ່ນຄວາມຕ້ອງການທີ່ຊອບທຳ, ແຕ່ຄວາມໝັ້ນຄົງຍືນຍົງ ບໍ່ພຽງແຕ່ອີງໃສ່ກຳລັງແຮງດ້ານການທະຫານເທົ່ານັ້ນ, ຍິ່ງບໍ່ສາມາດສ້າງດ້ວຍການຊ່ວງເສັງອາວຸດ ຫຼື ດ້ວຍວິທີເພີ່ມທະວີຄວາມບໍ່ອຸ່ນອ່ຽນໃຈພັດທະນາໃຫ້ແກ່ປະເທດອື່ນໄດ້. ສິ່ງທີ່ພວກເຮົາຕ້ອງການ ແມ່ນພື້ນຖານພັດທະນາທີ່ມີຄວາມສາມາດທົນທານສູງຕໍ່ບັນດາການກະທົບກະເທືອນ, ລະບົບສະໜອງເປີດ ແລະ ຫຼາຍຮູບຫຼາຍແບບ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຮ່ວມມືກ່ຽວກັບດ້ານການເງິນ, ເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດ; ພ້ອມທັງຊຸກຍູ້ການຮ່ວມມືຢ່າງແທດຈິງໃນການກູ້ໄພກູ້ຊີບເມື່ອເກີດໄພພິບັດ, ສາທາລະນະສຸກ, ຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ, ທັນຍາຫານ, ພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປົກປັກຮັກສາພື້ນຖານໂຄງລ່າງຈຸດສຸມ ແລະ ຊອກຫາກູ້ໄພກູ້ຊີບ. ເມື່ອການຮ່ວມມືຊ່ວຍປະກັນຄວາມປອພໄພ, ວິທີຫາເງິນລ້ຽງຊີບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ກໍຈະໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງ”.
ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນປັບປຸງກົດໝາຍທໍານຽມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການເຈລະຈາ, ເພີ່ມທະວີການຮ່ວມມື, ຫຼຸດຜ່ອນຄວາມສ່ຽງ ແລະ ພ້ອມກັນສ້າງພາກພື້ນ ອາຊີ - ປາຊີຟິກ ທີ່ປອດໄພກວ່າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ຢ່າງດີກວ່າ ແລະ ວັດທະນະຖາວອນກວ່າ.
ກ່ອນໜ້ານັ້ນ, ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Timor Leste Jose Ramos – Horta.








