ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ປາດຖະໜາຢາກໃຫ້ບັນດາກຸ່ມບໍລິສັດອາເມລິກາ ເປີດກວ້າງການລົງທຶນ, ຮ່ວມມືຢູ່ ຫວຽດນາມ
ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມວາລະປຶກສາລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ປະຕິບັດບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ ນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບກຸ່ມບໍລິສັດອາເມລິກາຈຳນວນໜຶ່ງ.
ທີ່ການຕ້ອນຮັບທ່ານ Tim Cook, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Apple, ທ່ານ Chip Kaye, ປະທານສະພາບໍລິຫານ ຂອງກຸ່ມບໍລິສັດ Warburg Pincus, ທ່ານ Brendan Nelson AO ປະທານກຸ່ມບໍລິສັດ Boeing, ທ່ານ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ປາດຖະໜາຢາກໃຫ້ ບັນດາກຸ່ມບໍລິສັດສືບຕໍ່ຮ່ວມເດີນທາງ, ເປີດກວ້າງການຮ່ວມມື ແລະ ປະກອບສ່ວນຫຼາຍກວ່າອີກ ເຂົ້າວິວັດການຍົກລະດັບຄວາມສາມາດດ້ານເຕັກໂນໂລຢີ, ຄຸນນະພາບຊັບພະຍາກອນມະນຸດ ແລະ ຖານະຕຳແໜ່ງຂອງ ຫວຽດນາມ ໃນລະບົບຕ່ອງໂສ້ຄູນຄ່າທົ່ວໂລກ, ທ່ານສະເໜີສືບຕໍ່ເອົາໃຈໃສ່ ຊຸກຍູ້ການຮ່ວມມືກັບ ຫວຽດນາມຕາມທິດແທ້ຈິງ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສືບຕໍ່ຊ່ວຍ ຫວຽດນາມ ສ້າງບັນດາວິສາຫະກິດ ທີ່ມີຂະໜາດໃຫຍ່ກວ່າ, ມີຄວາມສາມາດໃນການຄຸ້ມຄອງບໍລິຫານສູງກວ່າ, ເຂົ້າເຖິງຕະຫຼາດທຶນສາກົນດີກວ່າ; ພ້ອມທັງປະກອບສ່ວນສ້າງລະບົບນິເວດການເງິນ ແລະ ການລົງທຶນທີ່ທັນສະໄໝກວ່າຢູ່ ຫວຽດນາມ, ໃຫ້ບຸລິມະສິດຍົກທີ່ຕັ້ງຂອງ ຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງຂອງ Boieng, ພ້ອມກັບບັນດາອົງການ ແລະ ວິສາຫະກິດ ຫວຽດນາມ ສ້າງໂຄງການລະອຽດເພື່ອເພີ່ມຈຳນວນວິສາຫະກິດ ຫວຽດນາມ ທີ່ມີມາດຖານຢ່າງພຽງພໍເຂົ້າຮ່ວມຕ່ອງໂສ້ການສະໜອງ Boeing, ເພີ່ມມູນຄ່າຊື້ເຄື່ອງຂອງ ແລະ ຜະລິດຢູ່ ຫວຽດນາມເທື່ອລະກ້າວ.
ຕອນຄ່ຳວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມເຫດການວັດທະນະທຳສິລະປະ “ຫວຽດນາມ:ເທດຊາດ ຜ່ານຮູບເງົາ ແລະ ດົນຕີ” ແລະ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ. ເຂົ້າຮ່ວມເຫດການມີຜູ້ແທນກວ່າ 2000 ຄົນ, ລວມມີບັນດາເຈົ້າໜ້າທີ່ຂອງສປຊ, ເພື່






