ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໃຫ້ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ອາ​ເມ​ລິ​ກາ ເປີດກວ້າງ​ການ​ລົງ​ທຶນ, ຮ່ວມ​ມື​ຢູ່ ຫວຽດ​ນາມ

ຕອນ​ບ່າຍ​ວັນ​ທີ 21 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ ນິວຢອກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ​ໄດ້ໃຫ້​ການ​ຕ້ອນ​ຮັບ​ກຸ່ມ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ.
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Tim Cook, ຜູ້​ອຳ​ນວຍ​ການໃຫຍ່​ກຸ່ມ​ບໍ​ລິ​ສັດ Apple (ພາບ: VNA)

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ລວ​ມ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81 ແລະ ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ອາ​ເມ​ລິ​ກາ, ຕອນ​ບ່າຍ​ວັນ​ທີ 21 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ ນິວຢອກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ​ໄດ້ໃຫ້​ການ​ຕ້ອນ​ຮັບ​ກຸ່ມ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ຈຳ​ນວນ​ໜຶ່ງ.

ທີ່​ການ​ຕ້ອນ​ຮັບ​ທ່ານ Tim Cook, ຜູ້​ອຳ​ນວຍ​ການໃຫຍ່​ກຸ່ມ​ບໍ​ລິ​ສັດ Apple, ທ່ານ Chip Kaye, ປະ​ທານ​ສະ​ພາ​ບໍ​ລິຫານ ຂອງ​ກຸ່ມ​ບໍ​ລິ​ສັດ Warburg Pincus, ທ່ານ Brendan Nelson AO​ ປະ​ທານ​ກຸ່ມ​ບໍ​ລິ​ສັດ Boeing, ທ່ານ ໂຕ​ເລິມ ຊີ້​ແຈ້ງວ່າ ຫວຽດ​ນາມ ປາດ​ຖະ​ໜາ​ຢາກໃຫ້ ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ເປີດກວ້າງ​ການ​ຮ່ວມ​ມື ແລະ ປະ​ກອບ​ສ່ວນຫຼາຍກວ່າ​ອີກ ເຂົ້າ​ວິ​ວັດ​ການ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຢີ, ຄຸນ​ນະ​ພາບ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຖາ​ນະ​ຕຳ​ແໜ່ງ​ຂອງ ຫວຽດ​ນາມ ໃນ​ລະ​ບົບ​ຕ່ອງ​ໂສ້ຄູນ​ຄ່າ​ທົ່ວ​ໂລກ, ທ່ານ​ສະ​ເໜີ​ສືບ​ຕໍ່​ເອົາ​ໃຈ​ໃສ່ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ​ຕາມ​ທິດ​ແທ້​ຈິງ, ຍາວ​ນານ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ສືບ​ຕໍ່​ຊ່ວຍ ຫວຽດ​ນາມ ສ້າງ​ບັນ​ດາ​ວິ​ສາ​ຫ​ະ​ກິດ ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ, ມີ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ສູງກ​ວ່າ​, ເຂົ້າ​ເຖິງ​ຕະຫຼາດ​ທຶນ​ສາ​ກົນ​ດີກວ່າ; ພ້ອມ​ທັງ​ປະ​ກອບ​ສ່ວນ​ສ້າງ​ລະ​ບົບ​ນິ​ເວດ​ການ​ເງິນ ແລະ ການ​ລົງ​ທຶນ​ທີ່​ທັນ​ສະ​ໄໝ​ກວ່າ​ຢູ່ ຫວຽດ​ນາມ, ໃຫ້​ບຸ​ລິ​ມະ​ສິດຍົກ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ລະ​ບົບຕ່​ອງ​ໂສ້​ການ​ສະ​ໜອງ​ຂອງ Boieng, ພ້ອມ​ກັບ​ບັນ​ດາ​ອົງ​ການ ແລະ ວິ​ສາ​ຫະ​ກິດ ຫວຽດນາມ ສ້າງ​ໂຄງ​ການ​ລະ​ອຽດ​ເພື່ອ​ເພີ່ມ​ຈຳ​ນວນ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່ມີ​ມາດ​ຖານ​ຢ່າງ​ພຽງ​ພໍເຂົ້າ​ຮ່ວມ​ຕ່ອງ​ໂສ້​ການສະ​ໜອງ Boeing, ເພີ່ມ​ມູນ​ຄ່າ​​ຊື້ເຄື່ອງ​ຂອງ ແລະ ຜະ​ລິດ​ຢູ່ ຫວຽດ​ນາມ​ເທື່ອ​ລະ​ກ້າວ.

ຕອນ​ຄ່ຳ​ວັນ​ທີ 21 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນິວ​ຢອກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ວັດ​ທະ​ນະ​ທຳ​​ສິ​ລະ​ປະ “ຫວຽດ​ນາມ:​ເທດ​ຊາດ ຜ່ານ​ຮູບ​ເງົາ ແລະ ດົນ​ຕີ” ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ. ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ແທນກວ່າ 2000 ຄົນ, ລວມ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ສ​ປ​ຊ, ເພື່


top