• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 120 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕິບ

ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ຕິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 120 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕິບ (24/4/1906-24/4/2026).
  ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ​ພິ​ທີ (ພາບ: VOV)  

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​,ປະ​ທານ​ປະ​ເທດ ໂຕ​ເລິມ ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ຕ້ອງ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ທີ່​ດີ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕິບ (1906-1941), ຄວນ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ການ​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ຈິນ​ຕະ​ນາ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ, ສ້າງ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ, ຫຼໍ່ຫຼອມ​ຈິດ​ໃຈ​​ອຸ​ທິດ​ສ່ວນ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ພ້ອມ​ແລ້ວທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ວຽກ​ງານ​ໃຫຍ່​ຂອງ​ພັກ, ຂອງ​ຊາດ. ທ່ານ​ໃຫ້​ຮູ້​ວ່າ:

ເສີມ​ຂະ​ຫຍາຍ​ຈິດ​ໃຈ ແລະ ແນວ​ຄິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕິບ ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ພວກ​ເຮົາ​ຕ້ອງ​ປຸກ​ລຸກ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ, ຈິດ​ໃຈ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ປະ​ດິດ​ຄິດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ. ຢາກ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຕ້ອງ​ບຸກ​ທະ​ລຸ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ; ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ກຳ​ລັງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ໃນ​ການ​ຮັບ​ມື​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

(ແຫຼ່ງຄັດຈາກ VOV)

ເຊື່ອມ​ຕໍ່​ວິ​ໄສ​ທັດ, ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຍາວ​ນານ ຫວຽດ​ນາມ - ສ.ເກົາຫຼີ

ເຊື່ອມ​ຕໍ່​ວິ​ໄສ​ທັດ, ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຍາວ​ນານ ຫວຽດ​ນາມ - ສ.ເກົາຫຼີ

ການ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ຄັ້ງ​ນີ້​ແມ່ນກ​ານ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເກົາຫຼີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເມື່ອ​ເດືອນ​ສິງ​ຫາ 2025.

Top