ພ້ອມກັບທັດຊະນີຍະພາບ ທິວທັດທຳມະຊາດຂອງພູຜາປ່າໄມ້ ແລະ ທະເລໝູ່ເກາະ, ສີສັນວັດທະນະທຳທີ່ເປັນເອກະລັກ ຂອງຊາວເຜົ່າຈຳ ຢູ່ທາງທິດຕາເວັນອອກແຂວງ ເລິມດົ່ງ ພວມປະກອບສ່ວນເຮັດໃຫ້ຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍສີ.
ແຂກທ່ອງທ່ຽວເຂົ້າຮ່ວມການຟ້ອນຢູ່ເຂດທ່ອງທ່ຽວ ເບິ່າຈັ້ງ U&Me. (ພາບ: VOV)
ໂດຍມີຄວາມຜູກພັນກັບດິນແດນທີ່ເຕັມໄປດ້ວຍແດດ ແລະ ລົມແຮງຜ່ານຫຼາຍໄລຍະ, ຊາວເຜົ່າຈຳໄດ້ປະກອບສ່ວນເຂົ້າໃນພື້ນຖານວັດທະນະທຳແຂວງ ເລິມດົ່ງ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມ ດ້ວຍບັນດາມໍລະດົກອັນລ້ຳຄ່າ. ອາດຈະເວົ້າເຖິງວາດຟ້ອນອັບສະຣາ, ຟ້ອນວີ ພ້ອມກັບສຽງກອງຈີນັງ, ກອງປະຣານຶງ, ແຄນຊາຣານາຍ. ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນມີຄວາມຫຼົງໄຫຼ ຫຼື ບັນດາກິດຈະກຳສະຖາປັດຕະຍະກຳຄື ພະວິຫານ, ທາດຈຳທີ່ເກົ່າແກ່, ສາງກາບກອນ, ງານບຸນປະເພນີ, ອາຊີບຫັດຖະກຳທີ່ເປັນເອກະລັກ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳສະເພາະ
ເຂດທ່ອງທ່ຽວ ເບົ່າຈັ໊ງ ຢູ່ບ້ານ ຮົ່ງເລິ່ມ ຕາແສງ ຮວ່າຖັງ ແຂວງ ເລິມດົ່ງ ໄດ້ເຊື່ອມຕໍ່ກັບບັນດານັກສິລະປະການ ນັກສະແດງສະໝັກຫຼິ້ນແມ່ນຊາວເຜົ່າຈຳ ຢູ່ຕາແສງ ບັກບິ່ງ ຈັດຕັ້ງລາຍການສະແດງຟ້ອນລຳທຳເພງພື້ນເມືອງຂອງເຜົ່າຈຳ ແນໃສ່ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃຫ້ແກ່ແຂກທ່ອງທ່ຽວ
ເຖິງວ່າຫາກໍ່ນຳເຂົ້າຂຸດຄົ້ນໃນໂອກາດບຸນປີໃໝ່ປີມະເມຍ 2026 ແລະ ໃນໂອກາດທ້າຍອາທິດ ກໍ່ຄືຂະນະທີ່ແຂກທ່ອງທ່ຽວມີຄວາມຕ້ອງການ, ແຕ່ລາຍການສະແດງຟ້ອນລຳທຳເພງພື້ນເມືອງຂອງເຜົ່າຈຳ ໄດ້ສ້າງຂີດໝາຍໃຫ້ແກ່ແຂກທ່ອງທ່ຽວແຕ່ລະຄົນ. ນາງ ຫງວຽນທິແຮັ້ງ ແຂກທ່ອງທ່ຽວມາຈາກແຂວງ ດົ່ງນາຍ ໃຫ້ຮູ້ວ່າ
“ລາຍການສະແດງມ່ວນທີ່ສຸດ ເຊິ່ງໄດ້ພັນລະນາເຖິງການດຳລົງຊີວິດຂອງປະຊາຊົນໃນບໍລະເວນນີ້. ລາຍການສິລະປະດູດດື່ມທີ່ສຸດ”.
ກ່ອນທີ່ຈະໄປຢ້ຽມຊົມຄົ້ນຫາຢູ່ໂນນຊາຍ ເບົ່າຈັ໊ງ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບວາດຟ້ອນ ອັບສະຣາ ຂອງຊາວເຜົ່າຈຳ. ວາດຟ້ອນພ້ອມກັບສຽງຂັບລຳທຳເພງໃນທ່າມກາງສຽງເຄື່ອງດົນຕີຄື ກອງຈີນັງ, ກອງປະຣານຶງ, ແຄນຊາຣານາຍ ໄດ້ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມຫຼົງໄຫຼ
ທ່ານ ຟ້າມວັນຈ້ອງ ຜູ້ຕາງໜ້າເຂດທ່ອງທ່ຽວ ເບົ່າຈັ໊ງ ໃຫ້ຮູ້ວ່າ ນອກຈາກເຮັດໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາວັດທະນະທຳຂອງເຜົ່າຈຳແລ້ວ, ແຂກທ່ອງທ່ຽວຍັງໄດ້ການໂຄສະນາວັດທະນະທຳຂອງເຜົ່າຈຳຢູ່ແຫ່ງນີ້ອີກດ້ວຍ. ທ່ານກ່າວວ່າ:
“ທາງຫົວໜ່ວຍໄດ້ສົມທັບກັບກອງສິລະປະວັດທະນະທຳເຜົ່າຈຳ ຂອງເມືອງ ບັກບິ່ງ ເມື່ອກ່ອນນີ້. ແຂກຕາງປະເທດສ່ວນຫຼາຍມີຄວາມຊົມຊອບວັດທະນະທຳຂອງ ຫວຽດນາມ ເພາະສະນັ້ນພວກຂ້າພະເຈົ້າຢາກສົມທົບກັບພວກອ້າຍເອື້ອຍຢູ່ທີ່ນີ້ທຳການສະແດງລາຍການສິລະປະວັດທະນະທຳຂອງທ້ອງຖິ່ນ, ໝູ່ບ້ານອາຊີບຂອງທ້ອງຖິ່ນ ປະກອບສ່ວນສ້າງຄວາມດູດດື່ມໃຫ້ແກ່ແຂກທ່ອງທ່ຽວໃນໂອກາດວັນບຸນ”
ແຂກທ່ອງທ່ຽວຮັບຊົມລາຍການສະແດງສິລະປະພື້ນເມືອງເຜົ່າຈຳ (ພາບ: VOV)
ສ່ວນທ່ານ ເຈິ່ນດຶກຢຸງ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານ ທາດ ໂບຊາອີນື ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:
“ໃນໄລຍະທີ່ຜ່ານມາ ພວກຂ້າພະເຈົ້າໄດ້ສົມທົບກັບບໍລິສັດທ່ອງທ່ຽວທາງໄກ ເພື່ອສ້າງລາຍການທ່ອງທ່ຽວ ກໍ່ຄືສ້າງບບັນດາຜະລິດຕະພັນທ່ອງທ່ຽວ ເພື່ອຮັບໃຊ້ແຂກທ່ອງທ່ຽວ ໃນນັ້ນມີການຄົ້ນຫາຮັບຊົມລາຍການສະແດງສິລະປະວັນນະຄະດີພື້ນເມືອງຂອງເຜົ່າຈຳ ແລ້ວກໍ່ລົງຢ້ຽມຊົມໝູ່ບ້ານອາຊີບຫັດຖະກຳຄື ຕ່ຳແຜ່ນແພພື້ນເມືອງ, ເຮັດເຄື່ອງປັ້ນດິນເຜົ່າ…”
ບໍ່ພຽງແຕ່ມີເຂດທ່ອງທ່ຽວ ເບົ່າຈັ໊ງ ເຂດປູຊະນີຍະສະຖານ ທາດ ໂປຊາອີນື ເທົ່ານັ້ນ ຫາກຍັງມີຫຼາຍເຂດຣີສອດ ແລະ ບັນດາສະຖານທີ່ທ່ອງທ່ຽວອື່ນໆ ກໍ່ໄດ້ເລືອກເອົາສະລະປະພື້ນເມືອງຂອງບັນດາເຜົ່າ ເພື່ອຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍສີ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ການນຳບັນດາມໍລະດົກນີ້ກາຍເປັນສະຖານທີ່ຄົ້ນຫາຕົວຈິງນັ້ນ ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວທັງຢູ່ທັງພາຍ ແລະ ຕ່າງປະເທດເທົ່ານັ້ນ ຫາກຍັງເປັນການສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກອີກດ້ວຍ ທັງຍົກສູງຄວາມດູດດື່ມ ແລະ ໝັ້ນຄົງໃຫ້ຂະແໜງທ່ອງທ່ຽວໃນແຂວງ ເລິ່ມດົ່ງ ໃນໄລຍະທີ່ຈະມາເຖິງ.