ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຜູ້ອຸປະຖຳສອງຝ່າຍ, ຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ ສະໜອງທຶນ ODA, ທຶນບຸລິມະສິດຕ່າງປະເທດ ໃຫ້ແກ່ ຫວຽດນາມ.
ກອງປະຊຸມເຜີຍແປມະຕິເລກທີ 119 ວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 242 ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທຶນໜູນຊ່ວຍການພັດທະນາທາງການ ODA ແລະ ທຶນບຸລິມະສິດຕ່າງປະເທດໄລຍະ 2026 – 2030 (ພາບ: thoibaonganhang.vn)
ຕອນເຊົ້າວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ກະຊວງການເງິນຈັດ ກອງປະຊຸມເຜີຍແປມະຕິເລກທີ 119 ວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 242 ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທຶນໜູນຊ່ວຍການພັດທະນາທາງການ ODA ແລະ ທຶນບຸລິມະສິດຕ່າງປະເທດໄລຍະ 2026 – 2030. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາຜູ້ອຸປະຖຳສອງຝ່າຍ, ຫຼາຍຝ່າຍ, ບັນດາອົງການຈັດຕັ້ງສາກົນ ສະໜອງທຶນ ODA, ທຶນບຸລິມະສິດຕ່າງປະເທດ ໃຫ້ແກ່ ຫວຽດນາມ. ກອງປະຊຸມມີຄວາມໝາຍສຳຄັນໃນການເຫັນດີເປັນເອກະພາບວິທີເຂົ້າໃຈ ແລະ ຜັນຂະຫຍາຍບັນດາຂໍ້ກຳນົດດ້ານນິຕິກຳໃໝ່, ພ້ອມທັງສ້າງການກຳນົດທິດໃຫຍ່ໃນການດຶງດູດ, ຄຸ້ມຄອງ ແລະ ນຳໃຊ້ທຶນ ODA ແລະ ທຶນກູ້ຢຶມບຸລິມະສິດຕ່າງປະເທດໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ທ່ານ ຮ່ວາງຫ໋າຍ, ຮອງຫົວໜ້າກົມຄຸ້ມຄອງໜິ້ ແລະ ເສດຖະກິດການຕ່າງປະເທດ, ກະຊວງການເງິນ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຄາດວ່າໃນໄລຍະ 5 ປີ 2026 – 2030, ຈຳນວນທຶນ ODA ລະດົມ, ທຶນກູ້ຢຶມບຸລິມະສິດສູງທົບ 7 ເທົ່າເມື່ອທຽບໃສ່ກັບແຜນການ 2021 – 2025. ເພື່ອປະຕິບັດວຽກງານນີ້, ພວກຂ້າພະເຈົ້າໄດ້ປະຕິບັດການຫັນຊ່ອງທາງດຶງດູດທຶນ ODA ແລະ ທຶນກູ້ຢຶມບຸລິມະສິດເປັນຫຼາຍຮູບຫຼາຍແບບ.
(ແຫຼ່ງຄັດຈາກ VOV)