• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງລາວຂອງອະດີດນັກຮົບ, ນັກຂ່າວຜູ້ໜຶ່ງຢູ່ສະໜາມຮົບ ລາວ

ເມື່ອນັກຂ່າວໄດ້ຂຽນຂ່າວ, ຂຽນບົດຢູ່ສະໜາມຮົບ ແມ່ນເດັດຂາດຫ້າມບໍ່ໃຫ້ເປີດເຜີຍຄວາມລັບ. ຕອນນັ້ນ, ບັ້ນຮົບທົ່ງໄຫຫີນ ຢູ່ແຂວງ ຊຽງຂວາງ ໄດ້ຕັ້ງຊື່ວ່າ ບັ້ນຮົບ Z.
    (ທ່ານ ຮ່ວາງດິ່ງຕຽນ, ນັກຂ່າວ ໜັງສືພິມນັກຮົບອາສາສະໝັກ ມຽນໄຕ)

ໃນໄລຍະຕໍ່ສູ້ ຕ້ານແອກປົກຄອງຂອງຂອງພວກລ່າເມືອງຂຶ້ນ ຝລັ່ງ, ຈັດກະພັດ ອາເມລິກາ, ຫວຽດນາມ - ລາວ ໄດ້ຮ່ວມແຮງຮ່ວມໃຈຕ້ານສັດຕູຜູ້ດຽວ. ບັນດາທະຫານ, ນັກຮົບອາສາສະໝັກ ຫວຽດນາມ ໄດ້ຮຽງບາຮຽງໄຫຼ່ກັບກຳລັງປະກອບອາວຸດຂອງ ລາວ, ປະກອບສ່ວນນຳພາລະກິດແຫ່ງການຕໍ່ສູ້ຕ້ານພວກລ່າເມືອງ ຝລັ່ງ, ຈັດກະພັດ ໄດ້ຮັບໄຊຊະນະອັນສະຫງ່າອົງອາດ. ເພື່ອປະກອບສ່ວນສ້າງໄຊຊະນະຂອງທັງ 2 ປະເທດ ຫວຽດນາມ - ລາວ, ນອກຈາກບັນດານັກຮົບທີ່ຕໍ່ສູ້ຢ່າງພິລະອາດຫານໃນການປະທະກັນທີ່ດຸເດືອດຢູ່ຫຼາຍແຫ່ງໃນປະເທດ ລາວ ນັ້ນ, ຢູ່ເບື້ອງຫຼັງນັ້ນຍັງມີການປະກອບສ່ວນຂອງກຳລັງພະລາທິການເຊິ່ງແມ່ນ ນັກຂ່າວ, ນັກປະພັນວັນນະຄະດີ, ນັກກະວີ… ກໍ່ປະກອບສ່ວນສ້າງໄຊຊະນະລວມຂອງທັງ 2 ຊາດ ອີກດ້ວຍ.

ໃນຊຸມປີ 1945 – 1947, ເພື່ອຮຽງບ່າຮຽງໄຫຼ່ພ້ອມກັບບັນດາກົມກອງປະກອບອາວຸດຮັກຊາດ ລາວ ຕໍ່ສູ້, ກໍ່ສ້າງ ແລະ ພັດທະນາກຳລັງ, ສູນກາງພັກ ແລະ ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ຕົກລົງສ້າງຕັ້ງ ແລະ ພັດທະນາບັນດາກົມກອງທະຫານປົດປ່ອຍທີ່ເປັນຊາວ ຫວຽດນາມ ຕາງດ້າວຢູ່ດິນແດນເພື່ອນ ລາວ. ວັນທີ 30 ຕຸລາ 1949, ຄະນະປະຈຳສູນກາງພັກກອມມູນິດ ອິນດູຈີນ ຕົກລົງ: “ບັນດາກຳລັງທະຫານຂອງ ຫວຽດນາມ ຕໍ່ສູ້ ແລະ ປະຕິບັດງານຊ່ວຍ ລາວ ຈັດເປັນລະບົບສະເພາະ ແລະ ໃສ່ຊື່ວ່າແມ່ນ ທະຫານອາສາສະໝັກ”. ໃນຈຳນວນນັກຮົບທີ່ໄປຕໍ່ສູ້ຢູ່ເຂດດິນແດນຂອງ ລາວ ນັ້ນ, ມີທ່ານ ຮ່ວາງດິ່ງຕຽນ, ນັກຂ່າວ ໜັງສືພິມນັກຮົບອາສາສະໝັກ ມຽນໄຕ (ພາກຕາເວັນຕົກ), ເປັນທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍ ລາວ. ເດືອນ ສິງຫາ 1964, ທ່ານ ຮ່ວາງດິ່ງຕຽນ ແມ່ນນັກສຶກສາ, ມະຫາວິທະຍາໄລຄູອາຈານ ແມ່ນຜູ້ທຳອິດທີ່ເຂົ້າເປັນທະຫານ ເຮັດວຽກງານນັກຂ່າວຢູ່ສະໜາມຮົບຢູ່ ລາວ. ທ່ານ ຕຽນ ໄດ້ແບ່ງປັນເລື່ອງລາວຂອງຕົນທີ່ກາຍເປັນນັກຂ່າວວ່າ:

“ໃນຄາວນັ້ນ, ພັນເອກ ເລລິງ, ຫົວໜ້າກົມການເມືອງຖາມຂ້າພະເຈົ້າວ່າ: ເຈົ້າແມ່ນຄູສອນວັນນະຄະດີແມ່ນບໍ່? ຂ້າພະເຈົ້າຕອບວ່າ: ແມ່ນແລ້ວ. ຫຼັງຈາກນັ້ນກົມການເມືອງໄດ້ສົ່ງຂ້າພະເຈົ້າໄປເຮັດຂ່າວ ແລະ ບຳລຸງສ້າງຂ້າພະເຈົ້າເປັນນັກຂ່າວ. ນອກນັ້ນ, ຂ້າພະເຈົ້າຍັງຮັບຜິດຊອບໂຮງພິມຕື່ມອີກ. ຂ້າພະເຈົ້າກໍ່ບໍ່ເຄີຍເຫັນຈັກເທື່ອໜ້າໜຶ່ງຂອງໜັງສືພິມແມ່ນມີແຕ່ບົດນຳ, ແຕ່ໜ້າຕໍ່ໆໄປພັດວ່າມີແຕ່ຄຳຂວັນ ເພື່ອໂຄສະນາໃຫ້ບັນດານັກຮົບມີຄວາມເຂົ້າໃຈກ່ຽວກັບເປົ້າໝາຍການຕໍ່ສູ້ນີ້ວ່າ ແມ່ນຫຍັງ ເພື່ອໃຫ້ນັກຮົບຕໍ່ສູ້. ເຮັດຂ່າວໃນຄາວນັ້ນແມ່ນມີການປ່ຽນແປງຕາມສະພາບການ ຫາກບໍ່ເປັນທາງການຄືປະຈຸບັນ”.

ໃນໄລຍະປະຕິບັດງານຢູ່ ລາວ, ທ່ານ ຮ່ວາງດິ່ງຕຽນ, ມີອະນຸສອນຫຼາຍຢ່າງທີ່ສຸດກ່ຽວກັບອາຊີບເປັນນັກຂ່າວຂອງຕົນ. ທ່ານ ຕຽນ ແປ່ງປັນວ່າ: ເມື່ອນັກຂ່າວໄດ້ຂຽນຂ່າວ, ຂຽນບົດຢູ່ສະໜາມຮົບ ແມ່ນເດັດຂາດຫ້າມບໍ່ໃຫ້ເປີດເຜີຍຄວາມລັບ. ຕອນນັ້ນ, ບັ້ນຮົບທົ່ງໄຫຫີນ ຢູ່ແຂວງ ຊຽງຂວາງ ໄດ້ຕັ້ງຊື່ວ່າ ບັ້ນຮົບ Z. ພາຍຫຼັງຂຽນຂ່າວ, ຂຽນບົດແລ້ວ ຈະສົ່ງໄປພາກສ່ວນສົ່ງຂ່າວມາ ຫວຽດນາມ.

“ອານຸສອນເຊິ່ງຂ້າພະເຈົ້າຈື່ດີທີ່ສຸດແມ່ນຄະນະຖ່າຍຮູບເງົາຝ່າຍກອງທັບຂອງອ້າຍ ກວາງຈີ ແລະ ອ້າຍ ຮ່າຕ່າຍ. ເມື່ອຖ່າຍທຳຮູບເງົາຢູ່ເຂດທົ່ງໄຫຫີນ, ຕອນນັ້ນເຮືອບິນຂອງສັດຕູໄດ້ຈົມຕີຢ່າງຮ້າຍແຮງ, ອາດເວົ້າໄດ້ວ່າ ທົ່ງໄຫຫີນ ປຽບເໝືອນດັ່ງຖົງໃສ່ລະເບີດ. ພວກອ້າຍທີ່ຖ່າຍທຳຮູບເງົານັ້ນແມ່ນພິລະອາດຫານຫຼາຍ, ໃນຄາວນັ້ນ ພວກອ້າຍໄດ້ນັ່ງຢູ່ຫົວລົດຖັງເພື່ອຖ່າຍທຳ. ມີເທື່ອໜຶ່ງສິ້ນສ່ວນລະເບີດໄດ້ຕົກໃສ່ກ້ອງຖ່າຍແຕກ. ອາດເວົ້າໄດ້ວ່າ ໃນຊຸມປີຕໍ່ສູ່ຢູ່ທົ່ງໄຫຫີນແມ່ນດຸເດືອດທີ່ສຸດ, ແຕ່ກໍ່ຕ້ອງຍອມຮັບວ່າ ອ້າຍນ້ອງເຮັດຂ່າວກໍ່ພິເສດທີ່ສຸດ.

  ອາດເວົ້າໄດ້ວ່າ ທົ່ງໄຫຫີນ ປຽບເໝືອນດັ່ງຖົງໃສ່ລະເບີດ (ພາບ: sachthongtan.vn)  

ທະຫານອາສາສະໝັກຕ້ອງຕິດພັນກັບປະຊາຊົນ, ບໍ່ມີປະຊາຊົນແມ່ນບໍ່ສາມາດປະຕິບັດສຳເລັດໜ້າທີ່ໄດ້. ຄາວນັ້ນ, ທ່ານ ຕຽນ ໄດ້ຍິນຂ່າວກ່ຽວກັບພໍ່ຕູ້ຄົນ ລາວ ທີ່ວ່າ: ພວກປຸ້ນຈີ້ຈັບພໍ່ຕູ້ ແລະ ບັງຄັບໃຫ້ພໍ່ຕູ້ຕ້ອງພາພວກມັນໄປເຂດສາງຂອງທະຫານ ຫວຽດນາມ, ແທນທີ່ພໍ່ຕູ້ຈະພາພວກເຂົາໄປເຂົ້າເຂດສາງ ແຕ່ພໍ່ຕູ້ໄດ້ພາພວກເຂົາໄປເຂດວາງລະເບີດ, ຫຼັງຈາກນັ້ນພໍ່ຕູ້ກໍ່ເສຍຊີວິດ. ທ່ານ ຕຽນ ໄດ້ເອົາມາຂຽນເປັນລະຄອນເພື່ອສະແດງໃຫ້ທະຫານເບິ່ງ. ແລະກໍ່ໃນເວລາປະຕິບັດງານຢູ່ ລາວ, ທ່ານ ຕຽນ ແບ່ງປັນຕື່ມອີກວ່າ, ມີທະຫານອາສາສະໝັກປະສົບກັບຄວາມຫຍຸ້ງຍາກຫຼາຍ, ເສຍສະຫຼະຊີວິດ, ເຈັບປວດ, ຍ້ອນສິ່ງເຫຼົ່ານີ້ບັນດານັກຮົບຈຶ່ງສາມາດຊອກໄດ້ວິທີບຸກໂຈມຕີທີ່ດີ.

“ເມື່ອດຳເນີນບັ້ນຮົບຢູ່ ຫຼວງພະບາງ, ວຽກງານຂົນສົ່ງລູກປືນ, ເຂົ້າສານໄປໃຫ້ສະໜາມຮົບແມ່ນຜ່ານທາງນ້ຳ. ຫຼັງຈາກທີ່ພວກສັດຕູຮູ້, ມັນໃຊ້ລະເບີດແມ່ເຫຼັກ, ເຮັດໃຫ້ທະຫານກອງພັນເສຍຊີວິດເປັນຈຳນວນຫຼາຍ. ຕົນເອງບໍ່ມີຄວາມເຂົ້າໃຈກ່ຽວກັບລະເບີດຊະນິດນີ້, ພັດນຳໃຊ້ເຮືອເຫຼັກເພື່ອຂົນສົ່ງທາງນ້ຳ, ເຮືອແຕ່ລະລຳນັ້ນໄດ້ຂົນສົ່ງທະຫານໝວດໜຶ່ງ, ມີພະນັກງານກອງຮ້ອຍຄົນໜຶ່ງ, ເມື່ອລະເບີດແຕກທຸກຄົນລ້ວນແຕ່ເສຍຊີວິດໝົດ. ພາຍຫຼັງທີ່ຮູ້ວ່າ ພວກສັດຕູໃຊ້ລະເບີດແມ່ເຫຼັກເພື່ອສະກັດຕີກ່ຳປັ່ນຂົນສົ່ງ, ຄາວນັ້ນ ທະຫານຂອງພວກເຮົາໄດ້ນຳໃຊ້ຖັງເຫຼັກມັດໃສ່ກັນ, ປ່ອຍໄຫຼໄປແຕ່ຍອດແມ່ນ້ຳ, ເມື່ອຖັງເຫຼັກນັ້ນໄຫຼໄປຜ່ານເຂດພວກສັດຕູວາງສະເບີດມັນກໍ່ແຕກຂຶ້ນທັນທີ”.

ໂດຍຮັບຮູ້ການອຸທິດສ່ວນ, ການເສຍສະຫຼະຊີວິດ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານທະຫານ ຫວຽດນາມ ຢູ່ລາວ, ໃນບົດກ່າວປາໄສຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ພັກແຮງງານ ຫວຽດນາມ (ປີ 1976), ທ່ານເລຂາທິການໃຫຍ່ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: “ໃນທຸກຜົນສຳເລັດຂອງການປະຕິວັດ ລາວ ລ້ວນແຕ່ມີການປະກອບສ່ວນໂດຍກົງຂອງການປະຕິວັດ ຫວຽດນາມ. ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ມີສິດເອກອ້າງທະນົງໃຈຍ້ອນໄດ້ປະກອບສ່ວນເລືອດເນື້ອເຂົ້າໃນໄຊຊະນະຂອງກອງທັບ ແລະ ປະຊາຊົນ ລາວ ອ້າຍນ້ອງ ໃນຕະຫຼອດໄລຍະຕໍ່ສູ້ ແລະ ປະຕິບັດງານຢູ່ປະເທດ ລ້ານຊ້າງ ຢ່າງພິລະອາດຫານ ນັບຫຼາຍສິບປີ, ປະຕິບັດສຳເລັດໜ້າທີ່ສຳຄັນເຊິ່ງພັກ, ລຸ່ງ ໂຮ່ ແລະ ປະຊາຊົນມອບໝາຍໃຫ້”.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ລົງກວດກາໂຄງການທາງດ່ວນ ເໜືອ-ໃຕ້

ນາຍົກລັດຖະມົນຕີ ລົງກວດກາໂຄງການທາງດ່ວນ ເໜືອ-ໃຕ້

ຕອນເຊົ້າວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ລົງກວດກາໂຄງການຍ່ອຍໄມເຊີນ - ທາງຫຼວງ 45 ທີ່ຂຶ້ນກັບ ໂຄງການທາງດ່ວນເໜືອ-ໃຕ້ ກ້ຳຕາເວັນອອກ, ໄລຍະທີ 1.

Top