• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມ​ຕົ້ນ​ໂຄງ​ການ​ທຳ​ອິດ​ເຂດ​ການ​ຄ້າ​ເສ​ລີ ດ່າ​ນັ້ງ

ຄະນະກຳມະການປະຊາຊົນ ດ່ານັ້ງ ໄດ້ສົມທົບກັບກຸ່ມບໍລິສັດ Sun Group ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ເລີ່ມຕົ້ນໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບພື້ນຖານໂຄງລ່າງເຂດມີບົດບາດໜ້າທີ່ ເລກທີ 5, ຂຶ້ນກັບເຂດການຄ້າເສລີ ນະຄອນດ່ານັ້ງ
ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 27 ສິງຫາ, ຄະນະກຳມະການປະຊາຊົນ ດ່ານັ້ງ ໄດ້ສົມທົບກັບກຸ່ມບໍລິສັດ Sun Group ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ເລີ່ມຕົ້ນໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບພື້ນຖານໂຄງລ່າງເຂດມີບົດບາດໜ້າທີ່ ເລກທີ 5, ຂຶ້ນກັບເຂດການຄ້າເສລີ ນະຄອນດ່ານັ້ງ ເຊິ່ງວາງພື້ນຖານໃຫ້ແກ່ການສ້າງເຂດການຄ້າເສລີແຫ່ງທຳອິດຂອງ ຫວຽດນາມ. ເຂດມີບົດບາດໜ້າທີ່ການຄ້າເສລີການບໍລິການຂຶ້ນກັບເລກທີ 5 ຂອງເຂດການຄ້າເສລີ ຕັ້ງຢູ່ຕາແສງ ຮ່ວາວາງ, ຕີນພູບ່ານ່າ. ກ່າວຄຳເຫັນທີ່ເຫດການ, ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຢັ້ງຢືນວ່າ:

ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບພື້ນຖານໂຄງລ່າງເຂດບົດບາດໜ້າທີ່ ເລກທີ 5 ມີຄວາມໝາຍ ເລີ່ມຕົ້ນ ໃຫ້ແກ່ເຂດການຄ້າເສລີນະຄອນດ່ານັ້ງ. ນີ້ແມ່ນໂຄງການທີ່ມີລະດັບຄວາມສຳຄັນພິເສດ, ມີຄວາມໝາຍຍຸດທະສາດ ຕໍ່ການພັດທະນາເສດຖະກິດ ສັງຄົມຂອງນະຄອນ. ດ້ວຍຄວາມໝາຍສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ ແລະ ກອງປະຊຸມໃຫຍ່ຜູ້ແທນຄະນະພັກນະຄອນດ່ານັ້ງ ຊຸດທີ XXIII, ອາຍຸການ 2025 – 2030, ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງໃນມື້ນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງນະຄອນ ແລະ ບັນດານັກລົງທຶນ ໃນການປະຕິບັດການສ້າງດ່ານັ້ງ ກາຍເປັນຕົວເມືອງໃຫຍ່, ນິເວດ, ອັດສະລິຍະ, ມີສີສັນ, ຍືນຍົງ, ມີລະດັບສາກົນໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top