• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມ​ດຳ​ເນີນ​ເດືອນ​ຊາວ​ໜຸ່ມ 2025 ຢູ່​ແຂວງ ລອງ​ອານ

ຕອນເຊົ້າວັນທີ 1 ມີນາ, ຢູ່ເມືອງ ດຶກເຫ້ວ, ແຂວງ ລອງອານ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຫະພັນ ຊາວໜຸ່ມ ຫວຽດນາມໄດ້ຈັດພິທີເລີ່ມດຳເນີນເດືອນຊາວໜຸ່ມ 2025 ແລະ ໂຄງການ “ເດືອນມີນາເຂດຊາຍແດນ” ປີ 2025.
ພາບປະກອບ: baolongan.vn

ເດືອນຊາວໜຸ່ມປີນີ້ ໄດ້ຜັນຂະຫຍາຍ ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ, ໃນນັ້ນມີຄະນະຊາວໜຸ່ມທຸກຂັ້ນຕອບສະໜອງການປະຕິບັດບັນດາຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ; ສຸມໃສ່ຜັນຂະຫຍາຍການແຂ່ງຂັນໄລຍະຈຸດສຸມ “500 ວັນແລະຄືນແຂ່ງຂັນ ກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ 3000 ກີໂລແມັດ”.

ພິເສດ, ບັນດາການເຄື່ອນໄຫວສຸມໃສ່ປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ຢ່າງມີປະສິດທິຜົນ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນຄົນ, ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກ່ຽວກັບຂະບວນການ “ທົ່ວປວງຊົນຮ່ຳຮຽນໃນຍຸກດີຈີຕອນ”.

ແລະກໍ່ໃນຕອນເຊົ້າວັນ 1 ມີນາ, ຢູ່ພິທີ, ສູນກາງຄະນະຊາວໜຸ່ມໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ ແລະ ຊາວໜຸ່ມ, ເຍົາວະຊົນອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກ.

(ແຫຼ່ງຄັດຈາກ VOV)

ອາເມລິກາ ເຫັນດີ ເລື່ອງມົດສະກູແຕ່ງຕັ້ງທ່ານ Aleksandr Darchiev ເປັນເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ

ອາເມລິກາ ເຫັນດີ ເລື່ອງມົດສະກູແຕ່ງຕັ້ງທ່ານ Aleksandr Darchiev ເປັນເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ

ລັດຖະບານ ລັດເຊຍໄດ້ຮັບຄວາມເຫັນດີຢ່າງເປັນທາງການຈາກຝ່າຍ ອາເມລິກາ ກ່ຽວກັບເລື່ອງແຕ່ງຕັ້ງທ່ານ Aleksandr Darchiev ເປັນເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ທ່ານ Aleksandr Darchiev ຈະເດີນທາງເຖິງ ນະຄອນຫລວງ ວໍຊິງຕັນໂດຍໄວ ເພື່ອຮັບຫນ້າທີ່ນີ້.

Top