• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ ໄລຍະທີ 1

      ຕອນເຊົ້າວັນທີ 5 ມັງກອນ, ຢູ່ດົ່ງນາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທັງ ໄລຍະທີ 1.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ພິທີ (ພາບ: VGP)
       ເປົ້າໝາຍຂອງໂຄງການແມ່ນກໍ່ສ້າງທ່າອາກາດສະຍານສາກົນ ລອງແທງ ບັນລຸລະດັບ 4F ຕາມການຈັດອັນດັບຂອງ ອົງການການບິນພົນລະເຮືອນສາກົນ (ICAO), ເຊິ່ງແມ່ນທ່າອາກາດສະຍານສາກົນສຳຄັນຂອງ ຫວຽດນາມ ເພື່ອກາຍເປັນໜຶ່ງໃນບັນດາສູນສົ່ງຕໍ່ການບິນສາກົນຂອງພາກພື້ນ. ໃນໄລຍະທຳອິດຂອງໂຄງການ ຈະລົງທຶນກໍ່ສ້າງລາຍບິນຂຶ້ນ - ລົງ 1 ເລນ ແລະ ອາຄານຜູ້ໂດຍສານ 1 ແຫ່ງ ພ້ອມດ້ວຍລາຍການຕ່າງໆ ເຊິ່ງສາມາດຕ້ອນຮັບຜູ້ໂດຍສານ 25 ລ້ານຄົນຕໍ່ປີ  ແລະ ສິນຄ້າ 1,2 ລ້ານໂຕນຕໍ່ປີ. ທ່າອາກາດສະຍານສາກົນ ລອງແທັ່ງ ຈະໝູູນໃຊ້ເຕັກໂນໂລຢີທັນສະໄໝ ແລະ ມີລັກສະນະເປີດ ເພື່ອສາມາດສະສົມ ແລະ ອັບເດດເຕັກໂນໂລຢີທີ່ກ້າວໜ້າທີ່ສຸດເຂົ້າໃນການກໍ່ສ້າງ, ຄຸ້ມຄອງ ແລະ ເຄື່ອນໄຫວນຳໃຊ້ທ່າອາກາດສະຍານຕາມມາດຖານສາກົນ ແລະ ເທົ່າທຽມກັບທ່າອາກາດສະຍານສາກົນທັນສະໄໝທີ່ສຸດໃນໂລກ, ຮັບປະກັນການນຳໃຊ້ຢ່າງມີປະສິດທິຜົນ, ຊັດເຈນ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: 
            “ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ແມ່ນໜຶ່ງ ໃນ 16 ໂຄງການສະໜາມບິນ ທີ່ໄດ້ຮັບການລໍຄອຍທີ່ສຸດໃນໂລກ. ນີ້ແມ່ນໂຄງການລະດັບຊາດທີ່ສຳຄັນພິເສດ ເຊິ່ງໄດ້ສະແດງຄວາມຄາດຫວັງ, ເຈດຈຳນົງບືນຕົວຂຶ້ນຢ່າງແຮງຂອງ ຫວຽດນາມ ແລະ ມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ. ນີ້ກໍແມ່ນໂຄງການພື້ນຖານໂຄງລ່າງທີ່ມີຍອດເງິນລົງທຶນກ້ອນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຖ້າຫາກວ່າ ໂຄງການດັ່ງກ່າວກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວນັ້ນ ກໍ່ສາມາດປະກອບສ່ວນແກ່ການເຕີບໂຕ GDP ແຕ່ 3 – 5%”.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top