• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລັ່ງປ່ອຍເງິນໃຫ້ 3 ໂຄງການເປົ້າໝາຍແຫ່ງຊາດໃຫ້ສຳເລັດໃນປີ 2022

ຮອດວັນທີ 15 ສິງຫາ, ບັນດາກະຊວງ, ຂະແໜງການຕ້ອງສຳເລັດການປະກາດໃຊ້ ຫຼື ຍື່ນສະເໜີຕໍ່ຂັ້ນມີສິດອຳນາດ ປະກາດໃຊ້ເອກະສານແນະນຳທີ່ຍັງເຫຼືອ ເພື່ອໃຫ້ບັນດາທ້ອງຖິ່ນມີບ່ອນອີງໃນການຜັນຂະຫຍາຍການປ່ອຍເງິນ.

ຮອດວັນທີ 15 ສິງຫາ, ບັນດາກະຊວງ, ຂະແໜງການຕ້ອງສຳເລັດການປະກາດໃຊ້ ຫຼື ຍື່ນສະເໜີຕໍ່ຂັ້ນມີສິດອຳນາດ ປະກາດໃຊ້ເອກະສານແນະນຳທີ່ຍັງເຫຼືອ ເພື່ອໃຫ້ບັນດາທ້ອງຖິ່ນມີບ່ອນອີງໃນການຜັນຂະຫຍາຍການປ່ອຍເງິນ.

    

\ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ເປັນປະທານກອງປະຊຸມ

(ພາບ: TTXVN)

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ໄດ້ເປັນປະທານກອງປະຊຸມທາງໄກຂອງຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025 ກັບບັນດາທ້ອງຖິ່ນ ກ່ຽວກັບໝາກຜົນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 6 ເດືອນຕົ້ນປີ ແລະ ໜ້າທີ່, ມາດຕະການແກ້ໄຂຈຸດສຸມໄລຍະ 6 ເດືອນທ້າຍປີ 2022.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ, ພ້ອມກັບບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບກວດກາຂໍ້ສະເໜີຂອງທ້ອງຖິ່ນ, ຮີບເຮັ່ງສ້າງລະບົບເອກະສານດ້ານນິຕິກຳທີ່ກ່ຽວຂ້ອງຂອງບັນດາໂຄງການເປົ້າໝາຍແຫ່ງຊາດໃຫ້ສົມບູນກ່ອນວັນທີ 15 ສິງຫາ. ຮອດວັນທີ 15 ສິງຫາ, ບັນດາກະຊວງ, ຂະແໜງການຕ້ອງສຳເລັດການປະກາດໃຊ້ ຫຼື ຍື່ນສະເໜີຕໍ່ຂັ້ນມີສິດອຳນາດ ປະກາດໃຊ້ເອກະສານແນະນຳທີ່ຍັງເຫຼືອ ເພື່ອໃຫ້ບັນດາທ້ອງຖິ່ນມີບ່ອນອີງໃນການຜັນຂະຫຍາຍການປ່ອຍເງິນກວ່າ 34.000 ຕື້ດົ່ງ ຂອງ 3 ໂຄງການເປົ້າໝາຍແຫ່ງຊາດໃນປີ 2022.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top