• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in

      ສ. ເກົາຫຼີ ຈະມານະພະຍາຍາມກ່ວາອີກ ເພື່ອພ້ອມກັບ ຫວຽດນາມ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ອະນາຄົດອັນສົດໃສຂອງການພົວພັນ ຫວຽດນາມ - ສ. ເກົາຫຼີ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in
      ຕອນເຊົ້າວັນທີ 23 ມີນາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ພວມຢ້ຽມຢາມທາງລັດຖະກິດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ ການຢ້ຽມຢາມ ຂອງທ່ານປະທານາທິບໍດີ Moon Jae – in ດຳເນີນໄປໃນຈຸດເວລາມີຄວາມໝາຍປະຫວັດສາດເມື່ອ 2 ປະເທດຫາກໍ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ພວມຢູ່ໃນບັນດາບາດກ້າວທຳອິດຂອງໄລຍະທາງແຫ່ງການພົວພັນ 25 ປີຕໍ່ໜ້າ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງການການພັດທະນາຕັ້ງໜ້າ, ມີປະສິດທິຜົນຂອງການພົວພັນຮ່ວມມື ຫວຽດນາມ  - ສ ເກົາຫຼີ ໃນຂົງເຂດຕ່າງໆໃນຊຸມປີຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
        ສ່ວນທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໃຫ້ຮູ້ວ່າ: ສ. ເກົາຫຼີ ຈະມານະພະຍາຍາມກ່ວາອີກ ເພື່ອພ້ອມກັບ ຫວຽດນາມ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ອະນາຄົດອັນສົດໃສຂອງການພົວພັນ ຫວຽດນາມ - ສ. ເກົາຫຼີ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ 2 ປະເທດເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)
 

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top